ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກຂອງ ອະນຸກໍາມະການ ກັບ 10 ທ້ອງຖິ່ນເຂດພາກກາງ- ໄຕງວຽນ (ພາບ: chinhphu.vn)

ກ່າວຄໍາເຫັນໄຂການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ການເຮັດວຽກຄັ້ງນີ້ ມີຄວາມສໍາຄັນທີ່ສຸດ ເພື່ອໃຫ້ບັນດາສະມາຊິກຂອງອະນຸກໍາມະການ ເສດຖະກິດ - ສັງຄົມ ຮັບຟັງຄໍາເຫັນຕົວຈິງຈາກວິວັດການພັດທະນາຂອງບັນດາທ້ອງຖິ່ນໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງຍຸດທະສາດໄລຍະ 10 ປີ ຄືແຕ່ປີ 2011 – 2020, ແຜນການໄລຍະ 5 ປີ 2016 – 2020; ປະກອບແນວຄວາມຄິດ, ການກໍານົດທິດພັດທະນາທີ່ໃກ້ຊິດຕິດແທດກັບຕົວຈິງ ໃສ່ເອກະສານສະບັບຕ່າງໆ ເຊິ່ງອະນຸກໍາມະການຕ້ອງໄດ້ສ້າງແຜນການ, ເຊິ່ງລວມມີ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ແລະ ຍຸດທະສາດພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ 2021 – 2030. ພ້ອມກັນນັ້ນ ແມ່ນຕ້ອງມີວິໄສທັດໄລຍະຍາວຮອດທ້າຍປີ 2045 ອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງເອົາໃຈໃສ່ເຖິງການສືບທອດ ແລະ ເສີມຂະຫຍາຍຜົນງານຂອງ 30 ປີ ແຫ່ງການປ່ຽນແປງໃໝ່ປະເທດຊາດ. ຕາມນັ້ນແລ້ວ,ທ່ານຊີ້ນໍາໃຫ້ບັນດາທ້ອງຖິ່ນ ຈົ່ງຍົກອອກບັນດາຂໍ້ຕິດຂັດ, ຮົ້ວກີດຂວາງໃນການພັດທະນາຢ່າງກົງໄກກົງມາ; ບັນດາມາດຕະການ, ຮູບແບບພັດທະນາ, ວິທີໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ເພື່ອຊ່ວຍໃຫ້ທ້ອງຖິ່ນ, ເຂດ, ພາກ ແລະ ປະເທດພັດທະນາຢ່າງໄວວາ ແລະ ຍືນຍົງໃນໄລຍະຈະມາເຖິງ.