ວາດຟ້ອນຂອງຊາວເຜົ່າຂະແມ (ພາບ: baodantoc.vn) |
ບັນດາການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ແນະນຳຈຸດວັດທະນະທຳທີ່ດີງາມ, ຮີດຄອງປະເພນີຂອງວົງຄະນະຍາດ 54 ຊົນເຜົ່າ ຫວຽດນາມ ໃຫ້ກາຍເປັນຈຸດນັດພົບທີ່ດູດດື່ມແຂກທ່ອງທ່ຽວ, ແນະນຳບັນດາຜະລິດຕະພັນທ່ອງທ່ຽວຂອງ ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ເທື່ອລະກ້າວ.
ບັນດາການເຄື່ອນໄຫວໃນຂົງເຂດເຫດການ ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ” ກໍຖືກຈັດຂຶ້ນຢູ່ ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ ແຕ່ວັນທີ 16 – 23 ພະຈິກ 2020 ເຊັ່ນດຽວກັນ.






