ທ່ານ Rafael Mariano Grossi ກ່າວຄຳເຫັນທີ່ກອງປະຊຸມຂອງ IAEA ຢູ່ນະຄອນຫຼວງ Vienna, ປະເທດອົດຕຣາລີໃນວັນທີ 2 ທັນວາ 2019 (ພາບ: THX/TTXVN)

ນະທີ່ນີ້, ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາຄືເຮັດແນວໃດເພື່ອຮັບປະກັນວັດຖຸນິວເຄຼຍບໍ່ໃຫ້ຖືກລັກຫຼື ທຳລາຍໃນວິວັດການຂົນສົ່ງ, ນຳໃຊ້ ນິຕິເວດ ນິວເຄຼຍເພື່ອໜູນຊ່ວຍການສືບສວນອາດຊະຍາກຳ ແລະ ຮັບມືຢ່າງຮີບດ່ວນໃນກໍລະນີເກີດມີບັນດາສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານນິວເຄຼຍ.

ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບກັບຖະແຫຼງການຮ່ວມ, ໃນນັ້ນ ເນັ້ນໜັກວ່າ ຕ້ອງເພີ່ມທະວີຄວາມໝັ້ນຄົງນິວເຄຼຍທົ່ວໂລກ ເພື່ອແນໃສ່ຕ້ານຄືນໄພນາບຂູ່ການກໍ່ການຮ້າຍດ້ານນິວເຄຼຍ ແລະ ບັນດາການກະທຳທັບມ້າງຕ່າງໆ.