ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ຈະໄປຢ້ຽມຢາມອິນເດຍ ທາງລັດຖະບານແຕ່ວັນທີ 5 – 7 ພຶດສະພາ. ຕາມທ່ານ ຫງວຽນແມັງເກືອງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມອິນເດຍທາງລັດຖະກິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມເຄົາລົບນັບຖືຂອງ ຫວຽດນາມ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອິນເດຍ ກໍ່ຄືກັບພາກພື້ນ ອາຊີໃຕ້ເວົ້າລວມ, ປັບປຸງ ແລະ ເພີ່ມທະວີການພົວພັນກ່ຽວກັບທຸກດ້ານ, ຈາກນັ້ນ ສ້າງກຳລັງໜູນໃໝ່ ແລະ ກຳນົດທິດຂອບເຂດການຮ່ວມມືໃຫ້ແກ່ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ໃນການຢ້ຽມຢາມຄັ້ງນີ້, ຄາດວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພ້ອມກັບການນຳຂັ້ນສູງ ອິນເດຍ ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາການກຳນົດທິດຍຸດທະສາດຊຸກຍູ້ການຮ່ວມມື, ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ຫັນປ່ຽນດີຈີຕອນ, ສາທາລະນະສຸກ, ພະລັງງານສະອາດ, ພື້ນຖານໂຄງລ່າງ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ສາສະໜາ… ນີ້ແມ່ນກາລະໂອກາດຕົວຈິງເພື່ອໃຫ້ສອງປະເທດເປີດກວ້າງສະຖານທີ່ຮ່ວມມື, ເປີດກວ້າງຕະຫຼາດການຄ້າ, ການລົງທຶນ, ປັບປຸງລະບົບສະໜອງ, ການຮ່ວມມືວິທະຍາສາດ - ເຕັກໂນໂລຢີ ເພື່ອແນໃສ່ດຶງດູດແຫຼ່ງກຳລັງໃຫ້ແກ່ການພັດທະນາ.





