ທ່ານສາດສະດາຈານ, ປະລິນຍາເອກດ້ານປະຫວັດສາດວິທະຍາ Vladimir Kolotov. ພາບ: vietnamplus.vn

ທ່ານສາດສະດາຈານ Vladimir Kolotov ໄດ້ຢັ້ງຢືນວ່າ ບັນດາເຫດການປະຫວັດສາດຂອງການປະຕິວັດ ຫວຽດນາມ ໄດ້ຕິດພັນກັບການນຳພາຂອງພັກກອມມູນິດ ຫວຽດນາມ, ຜົນກະທົບຂອງພັກກອມມູນິດ ຫວຽດນາມ ໄດ້ສ້າງພື້ນຖານເພື່ອຍົກສູງອິດທິພົນຊື່ສຽງ, ເພີ່ມທະວີທີ່ຕັ້ງຂອງ ຫວຽດນາມ.

ທ່ານສາດສະດາຈານ Vladimir Kolotov ເນັ້ນໜັກວ່າ ຫວຽດນາມ ຍັງບໍ່ທັນມີທີ່ຕັ້ງສູງຄືໃນປັດຈຸບັນນີ້ມາກ່ອນ, ແລະ ບັນລຸໄດ້ສິ່ງດັ່ງກ່າວນີ້ ແມ່ນຍ້ອນພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພັດທະນາປະເທດຊາດ, ດ້ວຍລະດັບການເຕີບໂຕເສດຖະກິດສູງກ່ວາ 7% ແລະ ບັນລຸໄດ້ລະດັບການເຕີບໂຕເສດຖະກິດສູງມາໂດຍຕະຫລອດໃນຫລາຍປີມານີ້.