ການໂອ້ລົມສົນທະນາທາງອອນລາຍ “Why Viet Nam?” (ພາບ: TTXVN) |
ນີ້ແມ່ນການໂອ້ລົມສົນທະນາແບ່ງປັນກ່ຽວກັບຍຸດທະສາດຫັນເປັນດີຈີຕອນແຫ່ງຊາດຂອງ ຫວຽດນາມ, ຄວາມມຸ່ງຫວັງ, ເປົ້າໝາຍ, ວິທີການ, ຂັ້ນຕອນຫັນເປັນດີຕີຕອນ ແລະ ບັນດາຂົງເຂດບຸລິມະສິດ, ຕະຫຼາດດີຈີຕອນ ຫວຽດນາມ, ກາລະໂອກາດໃຫ້ແກ່ບັນດາກຸ່ມບໍລິສັດເຕັກໂນໂລຢີມາລົງທຶນເຂົ້າບັນດາຂົງເຂດບຸລິມະສິດທີ່ມີເງື່ອນໄຂຢ່າງຄົບຖ້ວນ, ແມ່ນກາລະໂອກາດໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີຕ່າງປະເທດເຂົ້າຮ່ວມວິວັດການພັດທະນາວິສາຫະກິດດີຈີຕອນຢູ່ຫວຽດນາມ…
ເມື່ອແບ່ງປັນກ່ຽວກັບຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ ແລະ ຕະຫຼາດດີຈີຕອນ ຫວຽດນາມ, ທ່ານໂດກົງແອັງ, ຮອງຫົວໜ້າກົມຫັນຄອມພິວເຕີ ສັງກັດ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດາມ ໃຫ້ຮູ້ວ່າ ບັນດາຂົງເຂດເຊິ່ງ ຫວຽດນາມ ຈະໃຫ້ບຸລິມະສິດປະຕິບັດການຫັນເປັນດີຈີຕອນຄື: ສາທາລະນະສຸກ, ການສຶກສາ, ການເງິນ, ທະນາຄານ… ເປົ້າໝາຍຮອດປີ 2025, ຫວຽດນາມໃຫ້ໄດ້ຢູ່ໃນກຸ່ມ 70 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ, ພ້ອມທັງພື້ນຖານເສດຖະກິດ ດີຈີຕອນກວມເອົາໃຫ້ໄດ້ 20% ຍອດຜະລິດຕະພັນພາຍໃນ (GDP). ຮອດປີ 2030, ຫວຽດນາມ ຕັ້ງເປົ້າໝາຍໃຫ້ໄດ້ຢູ່ໃນກຸ່ມ 50 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ.






