ໂຄງການກໍ່ສ້າງເຂື່ອນໄຟຟ້າ Grand Ethiopian Renaissance (ພາບ: Middleeastmonitor)

ຮອບເຈລະຈາໃໝ່ນີ້ຈະແກ່ຍາວເປັນເວລາ 1 ອາທິດ ເຊິ່ງໄດ້ດຳເນີນຕາມຮູບການທາງອອນລາຍໂດຍມີການເຂົ້າຮ່ວມຂອງ ລັດຖະມົນຕີແຫຼ່ງນ້ຳ ເອຢິບ, ຊູດັງ ແລະ ເອທິໂອເປຍ ພ້ອມກັບຜູ້ຕາງໜ້າຂອງ ສະຫະພາບ ອາບຟຼິກກາ (AU), ສະຫະພາບ ເອີລົບ (EU) ແລະທະນາຄານໂລກ (WB).

ບັນດາການເຈລະຈາ ສາມຝ່າຍກ່ອນໜ້ານັ້ນແມ່ນ ບໍ່ສາມາດວາງອອກຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການນຳເຂົ້າເຄື່ອນໄຫວ ແລະ ການເກັບນ້ຳໃນອ່າງຂອງເຂື່ອນໄຟຟ້າ Grand Ethiopian Renaissance ໄດ້ກ່ອນດຳເນີນຮອບເຈລະຈາຄັ້ງຫຼ້າສຸດນີ້, ທ່ານ Markos Tekle ເອກອັກຄະລັດຖະທູດ ເອທິໂອເປຍ ປະຈຳ ເອຢິບໄດ້ປະກາດວ່າ Addis Ababa, Cairo ແລະ Khartoum ອາດສາມາດເຈລະຈາສຳເລັດໂດຍບໍ່ຕ້ອງການ ບໍ່ວ່າ ຜູ້ເປັນກາງໃດໆ.