ເດັດດ່ຽວປັບໄຫມບັນດາອົງການ,ສ່ວນບຸກຄົນລະເມີດກົດໝາຍໃນເຫດເກີດມົນລະພິດເຖິງສິ່ງແວດລ້ອມຢູ່ພາກກາງ
02/05/2016 09:15
(vovworld)- ຕໍ່ຫນ້າປະກົດການມົນລະພິດເຖິງສິ່ງແວດລ້ອມຢູ່ແຄມທະເລບາງແຂວງທາງພາກກາງຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຮອງນາຍົກ ລັດຖະມົນຕີເຮັດວຽກກັບການນຳແຂວງຮ່າຕິ້ງ ພາບ:baomoi.com (vovworld)- ຕໍ່ຫນ້າປະກົດການມົນລະພິດເຖິງສິ່ງແວດລ້ອມຢູ່ແຄມທະເລບາງແຂວງທາງພາກກາງຫວຽດນາມ ເຮັດໃຫ້ປາຕາຍຜິດປົກກະຕິເປັນຈຳນວນຫລວງຫລາຍ, ຕອນບ່າຍວັນທີ1/5 ຢູ່ ແຂວງ ຮ່າຕີງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ ໄດ້ເປັນປະທານການເຮັດວຽກກັບຜູ້ຕາງຫນ້າການນຳບັນດາແຂວງຖືກຜົນສະທ້ອນຈາກມົນລະພິດດັ່ງກ່າວ ເພື່ອເປັນເອກະພາບບັນດາມາດຕະການສືບສວນ, ແກ້ໄຂ ເພື່ອຈຸດໝາຍສູງສຸດແມ່ນນຳຊີວິດການເປັນຢູ່, ການຜະລິດຂອງປະຊາຊົນເຂົ້າສູ່ຄວາມເປັນປົກກະຕິໂດຍໄວ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ສືບຕໍ່ສືບສວນ, ເຮັດແຈ້ງສາຍເຫດກໍ່ໃຫ້ເກີດປະກົດການປາຕາຍຢ່າງຜິດປົກກະຕິ.ບໍ່ວ່າອົງການໃດ, ສ່ວນບຸກຄົນໃດລະເມີດກົດໝາຍກ່ຽວກັບສິ່ງແວດລ້ອມ ລ້ວນແຕ່ຖືກປັບໄຫມລົງໂທດຕາມຂໍ້ກຳນົດຂອງກົດໝາຍ. ທ່ານນາຍົກລັດຖະມົນຕີ ມອບໃຫ້ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າພາບພ້ອມກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ສົມທົບກັບນັກວິທະຍາສາດຕ່າງປະເທດ ຕ້ອງມີການສະຫລຸບໂດຍໄວກ່ຽວກັບສາຍເຫດກໍ່ໃຫ້ເກີດປະກົດການດັ່ງກ່າວ.
TAG
vovworld/ມົນລະພິດ
Related
More







