ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາສະຖານທູດຂອງ 27 ປະເທດ, ບັນດາອົງການສົ່ງເສີມການຄ້າ ແລະ ວິສາຫະກິດເກືອບ 100 ແຫ່ງ. ທ່ານ ດັ້ງຮ່ວາງອານ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ:
“ກະຊວງອຸດສາຫະກຳ ແລະ ການຄ້າປາດຖະໜາຢາກສ້າງກາລະໂອກາດເພື່ອໃຫ້ບັນດາອົງການທຸຕານຸທູດ, ອົງການຕາງໜ້າດ້ານການຄ້າ, ອົງການສົ່ງເສີມການຄ້າຕ່າງປະເທດປະຈຳ ຫວຽດນາມ ຊອກຮູ້ຄວາມສາມາດບົ່ມຊ້ອນ, ສຳຫລວດຕະຫລາດ, ເຊື່ອມຕໍ່ກັບບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ກ໋ວາງນິງ ກໍ່ຄືບັນດາວິສາຫະກິດຢູ່ບໍລິເວນແຂວງ, ຜ່ານນັ້ນ ຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າ ແລະ ສົ່ງເສີມການລົງທຶນລະຫວ່າງບັນດາຝ່າຍ.”
ທີ່ກອງປະຊຸມ, ຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ກໍ່ແນະນຳກ່ຽວກັບບັນດານະໂຍບາຍບຸລິມະສິດ ແລະ ທ່າແຮງການລົງທຶນເຂົ້າເຂດອຸດສາຫະກຳ, ເຂດເສດຖະກິດຢູ່ບໍລິເວນແຂວງ.





