ເຫດແຜນດິນໄຫວ ບໍ່ກໍ່ຄວາມເສຍຫາຍຕໍ່ບັນດາໂຮງງານໄຟຟ້ານິວເຄຼຍ ແລະ ລະບົບໂທລະຄົມມະນາຄົມຢູ່ເຂດນີ້ ແຕ່ເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບຢ່າງຫນ້ອຍສຸດ 80 ຄົນ ແລະ ໄຟຟ້າດັບ. ນີ້ແມ່ນເຫດແຜນດິນໄຫວແຮງທີ່ສຸດໄດ້ເກີດຂຶ້ນຢູ່ເຂດນີ້ ນັບແຕ່ວັນທີ 7 ເມສາປີ 2011 ອັນໄດ້ ກໍ່ຄວາມເສຍຫາຍດ້ານເຮືອນຊານບາງຄອບຄົວ ແລະ ໄຟຟ້າດັບຢູ່ບາງທ້ອງຖິ່ນຂອງສອງແຂວງ ມິຍາກີ, ຟູກູຊິມະ ແລະ ເຮັດໃຫ້ຫລາຍຄົນຢູ່ສອງແຂວງນີ້ຖືກຮັບບາດເຈັບ.