ໃນການຕ້ອນຮັບທ່ານ Jonathan Yap, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ CapitaLand Development, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຮ່ວມເດີນທາງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີ CapitaLand, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ CapitaLand ສືບຕໍ່ແມ່ນຄູ່ຮ່ວມມືລົງທຶນຍາວນານ, ປະກອບສ່ວນຊຸກຍູ້ການຮ່ວມມືດຳເນີນທຸລະກິດລະຫວ່າງ ຫວຽດນາມ - ສິງກະໂປ ໃນໄລຍະໃໝ່. ສ່ວນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ CapitaLand ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຢາກຮ່ວມມືກັບ ຫວຽດນາມ ເປີດກວ້າງການລົງທຶນໃນບັນດາຂົງເຂດຕົວເມືອງ, ເຮືອນຢູ່ສີຂຽວ, ອະສັງຫາລິມະຊັບອຸດສາຫະກຳ, logistics ແລະ ສູນຂໍ້ມູນສີຂຽວ.
ໃນການຕ້ອນຮັບທ່ານ Wong Kim Yin, ຜູ້ອຳນວຍການໃຫຍ່ Semcorp, ກຸ່ມບໍລິສັດເຄື່ອນໄຫວໃນບັນດາຂົງເຂດພະລັງງານ, ໂຄງລ່າງຕົວເມືອງ, ເຂດອຸດສາຫະກຳ ແລະ ບັນດາມາດຕະການໜູນຊ່ວຍຫັນປ່ຽນພະລັງງານ, ພັດທະນາແບບຍືນຍົງ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ກຸ່ມບໍລິສັດສືບຕໍ່ລົງທຶນດຳເນີນທຸລະກິດ, ເປີດກວ້າງຂອບເຂດການລົງທຶນໃນບັນດາຂົງເຂດ ເຊິ່ງ ຫວຽດນາມ ມີຄວາມຕ້ອງການ; ມຸ່ງໄປເຖິງ 34 ແຂວງ, ນະຄອນ ຂອງ ຫວຽດນາມ ລ້ວນແຕ່ມີເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ຢ່າງໜ້ອຍສຸດ 1 ແຫ່ງ ແລະ ພັດທະນາຕາມທິດເຂດອຸດສາຫະກຳສີຂຽວ, ເຂດອຸດສາຫະກຳອັດສະລິຍະ, ສູນນະວັດຕະກຳ, ໂຄງລ່າງດີຈີຕອນ, logistics ທັນສະໄໝ ແລະ ລະບົບນິເວດຜະລິດທີ່ປ່ອຍອາຍພິດຕ່ຳ.
ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Bod Chi, ຜູ້ອໍານວຍການໃຫຍ່ຝ່າຍບໍລິຫານ SATS; ການນຳບໍລິສັດ SEA Limited; ທ່ານ Loh Chin Hua, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Keppel ແລະ ການນຳທະນາຄານ UOB.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານ Seah Kian Peng ປະທານສະພາແຫ່ງຊາດ ສິງກະໂປ.
ກໍໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມບັນດາຮາກຖານເຕັກໂນໂລຢີຢູ່ ສິງກະໂປ.


.jpg)
.jpg)
.jpg)

