ສ​ື່ມວ​ນ​ຊົນ ຈີນ ຖື​ວ່າ ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖືກ​ເຊີນ​ກ່າວ​ຄຳ​ເຫັນ​ນຳ​ສະ​ເໜີ​ໃນ​ກອງ​ປະ​ຊຸມ Shangri-la ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຂອ​ງ​ປະ​ຊາ​ຄົມ​ສາ​ກົນ ຕໍ່​ກັບ​ພົດ​ບາດ ແລະ ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ຫວຽດ​ນາມ. ບັນ​ດາ​ນັກ​ຊ່ຽວ​ຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ດາ​ສານ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ເວ​ທີ​ປາ​ໄສ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ສະ​ເໜີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ບໍ່​ເລືອ​ກ​ຝ່າຍ, ພ້ອ​ມ​ກັນ​ຊຸກ​ຍູ້​ການ​ເຈ​ລະ​ຈາ, ການ​ຮ່ວມ​ມື ລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແກ່​ການ​ພັດ​ທະ​ນາ.

ສຳ​ນັກ​ຂ່າວ​ສານ Reuters ຂອງ ອັງ​ກິດ ໃຫ້​ຮູ້​ວ່າ​ ໃນ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ​ຢູ່ກອງ​ປະ​ຊຸມ Shangri-la, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ບໍ່​ພຽງ​ແຕ່​ຊີ້​ໃຫ້​ເຫັນ​ສາມ​ວິ​ກິດ​ການ​ໃຫຍ່ ເຊິ່ງ​ໂລກ​ພວມ​ປະ​ເຊີນ​ໜ້າ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ສານ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ກົດ​ໝາຍ​ສາ​ກົນ, ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ສ້າງ​ກົນ​ໄກ​ສົນ​ທະ​ນາ​ຢ່າງ​ໂປ່ງ​ໃສ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ.

ໃນ​ຂະ​ນະ​ນັ້ນ, ໜັງ​ສື​ພິມ Nikkei ຂອງ ຍີ່​ປຸ່ນ ໃຫ້​ຂໍ້​ສັງ​ເກດ​ວ່າ ບົດ​ກ່າວ​ຄຳ​ເຫັນ​ໄດ້​ວາດ​ພາບ​ຢ່າງ​ຈະ​ແຈ້ງ​ແບບ​ວິ​ທີ​ສຳ​ຜັດ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ການ​ຜັນ​ແປ​ດ້ານ​ການ​ເມືອງ​ໃນ​ປັດ​ຈຸ​ບັນ. ຊ​ອ່ງ​ໂທ​ລະ​ພາບ CNBC ຂອງ ອາ​ເມ​ລິ​ກາ ໄດ້​ສຸມ​ໃສ່​ສານ​ກ່ຽວ​ກັບ “ຄຳ​ໝັ້ນ​ສັນ​ຍາ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ” ຂອງ​ບັນ​ດາ​ປະ​ເທດ​ໃຫຍ່​ສຳ​ລັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.