ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພສ.2570 (ປີ 2026) ບໍ່​ພຽ​ງແຕ່​ແມ່ນ​ໂອ​ກາດ​ລະນຶກເຖິງວັນ​ປະ​ສູດ​ຂອງ​ພະ​ພຸດ​ທະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຍັງ​ຝາກ​ຝັງ​ສານຂໍ້ຄວາມ​ທີ່​ໃຫຍ່​ຫຼວງ​ກ່ຽວ​ກັບ​ນ້ຳ​ໃຈ​ເມດ​ຕາ​ປານ​ີ, ພູມ​ປັນ​ຍາ, ຄວາມ​ສາ​ມັກ​ຄີ​ຊົນ​ຊາດ ແລະ ຄວາມຮັບ​ຜິດ​ຊອບ​ສັງ​ຄົມ.

ສັ​ບ​ປະ​ດາ​ວິ​ສາ​ຂ​ະ​ບູ​ຊາປີ 2026 ຈັດ​ຂຶ້ນ​ແຕ່​ວັນ​ທີ 24 – 31 ພຶດ​ສະ​ພາ. ສານຂໍ້ຄວາມທີ່​ພົ້ນ​ເດັ່ນ​ແມ່ນ​ປຸກ​ລຸກ​ນ້ຳ​ໃຈການ​ດຳ​ລົງ​ຊີ​ວິດຢ່າງ​ສຸດ​ຈະ​ຫຼິດ, ມຸ່ງ​ໄປ​ເຖິງ​ຄວາມ​ຕື່ນ​ຕົວ, ຄວາມ​ຮັກ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຄົມ.

ທີ່​ວັນບຸນ​ວິ​ສາ​ຂະ​ບູ​ຊາ ໂດຍຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ໂຮ່​ຈ​ິ​ມິນ ຈັດ​ຂຶ້ນ​ແຕ່​ວັນ​ທີ 24 ພຶດ​ສະ​ພາ, ຢູ່ ຫວຽດ​ນາມ ກວັກ​ຕຶ (ສຳ​ນັກ​ງານ​ຄະ​ນະ​ບໍ​ລິ​ຫານງ​ານ​ສະ​ມ​າ​ຄົມ​ພຸດ​ທະ​ສາ​ສະ​ໜາ ນະຄອນ ໂຮ່ຈິມິນ), ມີຫຼາຍ​ສານ​ຂໍ້ຄວາມກ່ຽວ​ກັບ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ແຫ່ງຊາດ ແລະ ການ​ຮ່ວມ​ເດີນ​ທາງ​ລະ​ຫວ່າງຫຼັກ​ຄຳ​ສອນ​ກັບ​ຊີ​ວິດ​ສັງ​ຄົມທີ່​ໄດ້​ເນັ້ນ​ໜັກ​ເຖິງ. ທ່ານ ຫງວຽນ​ແມ້ງ​ເກື່ອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ:

“ຍາມ​ໃດ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ກຳ​ນົດ​ວ່າ ການ​ສ້າງ ແລະ ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອ​ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ໃນ​ນັ້ນ​ຄວາມ​ສະ​ໜິດ​ຕິດ​ພັນ, ສະ​ໜິດ​ແໜ້ນ​ກັບ​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ ເວົ້າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ​ ຫວຽດ​ນາມ ເວົ້າ​ສະ​ເພາະ ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອປົກ​ປັກ​ຮ​ັກ​ສາ, ​​ມີຄວາມສະ​ຖຽ​ນ​ລະ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ທາງ​ນ​ະ​ຄອນ​ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ສາ​ສະ​ໜາ, ສ້າງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ເຫຼື້ອມ​ໃສ​ເຊື່ອ​ຖື​ໃຫ້​ມີ​ຄວາມສີ​ວິ​ໄລ, ປອດ​ໃສ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາ​ມໄວ້​ເນື້ອ​ເຊື່ອ​ໃຈ ແລະ ເສີມ​ຂະ​ຫຍາຍ​ຈິດ​ໃຈ “ຢູ່​ໃນ​ສິນ, ກິນ​ໃນ​ທຳ”.

ຢູ່​ນະ​ຄອນ ເຫ້ວ, ມີພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກະ​ຊົນ ແລະ ປະ​ຊາ​ຊົນ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິ​ທີແຫ່​ພະ​ພຸດ​ທະ​ຮູບ, ພິທີໄຕ້​​ໄຟດອກ​ບົວ 7 ດອກ​ຢູ່​ແມ່​ນ້ຳ ເຮືອງ, ພາ​ວະ​ນາ​ໃຫ້ປະ​ເທດ​ຊາດ​​ມີ​ຄວາມສະ​ຫງົບສຸກ, ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ ແລະ ໂລກ​ມີ​ສັນ​ຕ​ິ​ພາບ. ພະ​ມະ​ຫາ​ອາ​ຈານ ທິກ​ເຂ​ເຈີນ, ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ເຫວ້, ໃຫ້​ຮູ້​ວ່າ:

“ພິ​ທີ​ແຫ່​ພະ​ພຸດ​ທະ​ຮູບແມ່ນ​ພິ​ທີ​ທີ່​ເປັນ​ມູນ​ເຊື້ອ​ມີ​ມາ​ແຕ່​ປີ 1936. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ດ້ວຍ​ຈິດ​ໃຈ​ສືບ​ຕໍ່ມູນ​ເຊື້ອ​ອັນ​ດ​ີ​ງາມນັ້ນ, ແຕ່​ລະ​ປີ, ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກະ​ຊົນ ຢູ່ ເຫວ້ ລ້ວນ​ແຕ່​ກັບ​ມາ​ຈັດ​ພິ​ທີ ມົກ​ຢ​ຸກ (ເຊິ່ງ​ແມ່ນພິ​ທີ​ສົງພະ) ແລະ ພິ​ທີ​ຕ້ອນ​ຮັບ ກິມ​ເທິນ​ດຶກ​ເຟີດ (ພະພຸດທະຮູບທອງຄຳ) ຈາກວັດ ຢ້ຽວ​ເດ ມາຮອດເວທີທຳພິທີກຳຕື່​ດ່າມ, ເພື່ອພາ​ວະ​ພາຂໍ​ໃຫ້ປະ​ເທດ​ຊາດ​​ມີ​ຄວາມສະ​ຫງົບ, ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ, ໂລກ​ມີ​ສັນ​ຕິ​ພາບ, ຫຼັກຄຳສອນຂອງພະພຸດທະເຈົ້າຍືນ​ຍົງ​ຄົງ​ຕົວ ແລະ ສິ່ງ​ມີ​ຊີ​ວິດທັງມວນຈົ່ງມີຄວາມສັນ​ຕິ​ສຸກ”.

ໂດຍ​ເຂົ້າ​ຮ່ວມ​ບັນ​ດ​າການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ວິ​ສາ​ຂະ​ບູ​ຊາ, ທ່ານ​ນາງ ເລ​ທິ​ມີ້​ເຍີນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນນະ​ຄອນ ເຫວ້, ແບ່ງ​ປັນ​ວ່າ:

“ພຸດ​ທະ​ສາ​ສະ​ນິກ​ກະ​ຊົນທັງຫຼາຍມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຕ້ອ​ນ​ຮັບວັນປະ​ສູດ​ຂອງ​ພະ​ພຸດ​ທະ​ເຈົ້າ. ທຸກຄົນ​ພ້ອມ​ກັນ​ປະ​ດັບ​ປະ​ດາເວ​ທີບູຊາ, ສູດ​ມົນ​ພາ​ວະ​ນາ​ຂໍ້ຄວາມ​ສະ​ຫງົບ​ສຸກ. ພຸດ​ທະ​ສາ​ສະ​ນິກ​ກະ​ຊົນເດີນ​ຕາມຄວາມ​ປະສົງຫວັງ​ຂອງ​ພະ​ພຸດ​ທະ​ເຈົ້າ, ດຳ​ລົງ​ຊີ​ວິດດ້ວຍຄວາມເມດ​ຕາ​ປາ​ນີ, ​ເຮັດແຕ່​ສິ່ງດີ​, ຫຼີກ​ລ້ຽງ​ການ​ກະ​ທຳຊົ່ວ​ຮ້າຍ”.

ຢູ່​ນະ​ຄອນ ດ່ານັ້ງ, ນອກ​ຈາກ​ພິ​ທີ​ແຫ່​ພະ​ພຸດ​ທະ​ເຈົ້າ, ງານ​ບຸນ​ວິ​ສາ​ຂະ​ບູ​ຊາ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ດ້ວຍ​ການລອຍ​ກະທົງ​ຢູ່​ແມ່​ນ້ຳ ຮ່ານ ແລະ ຫຼາ​ຍລາຍການ​ໃຈ​ບຸນ​ໃຈ​ກຸສົນ​ໃຫ້ສຳລັບປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​. ພະ​ມະ​ຫາ​ອາ​ຈານ ທິກ​ຕື່​ງຽມ, ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ດ່ານັ້ງ, ໃຫ້​ຮູ້​ວ່າ:

“ພິ​ທີແຫ່ພະພຸດທະຮູບໄດ​້​ເວົ້າ​ເຖິງ​ຄວາມ​​ເຊື່ອ​ໝັ້ນຂອງພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ຜູ້​ເຊື່ອ​ຖື​ສາ​ສະ​ໜາ ກໍ​ຄື​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຂອງ​ພຸດ​ທະ​ສາ​ສະ​ໜາ, ໂດຍ​ສະ​ເພາະ​ແມ່ນ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ພວກ​ເຮົາ. ກວ່າ 2.000 ປີ​ຜ່ານ​ມາ, ສາ​ສະ​ໜາ​ພຸດແມ່ນ​ຢູ່​ໃນ​ໃຈ​ຂອງ​ຊາດ. ທ​ຸ​ກ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ ຫວຽດ​ນາມ ລ້ວນ​ແຕ່​ມີ​ຜົນ​ສະ​ທ້ອນ​ຈາກຫຼັກ​ຄຳສອນ​ພຸດ​ທະ​ສາ​ສະ​ໜາ, ເຊິ່ງສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ທີ່​ສຸດ. ການ​ຈ​ັດ​ພິ​ທີ​ແຫ່​ພະ​ພຸດ​ທທະຮູບແມ່ນ​ເພື່ອ​​ເຊີດ​ຊູ​ວັນ​ປະ​ສູດ​ຂອງ​ພະ​ພຸດ​ທະ​ເຈົ້າ”.

ຈິດ​ໃຈ “ຫຼັກ​ຄຳ​ສອນ​ຮ່ວ​ມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ” ກໍ່​ຈະ​ສື​ບ​ຕໍ່​ໄດ້​ແຜ່​ກະ​ຈາຍ​ຢ່າງ​ແຮງ​ຢູ່​ເຂດ ໄຕ​ງວຽນ ແລະ ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ໃນ 9 ວັນ (ແຕ່​ວັນ​ທີ 23 – 31 ພຶດ​ສະ​ພາ), ຢູ່​ເຂດ​ຈຳ​ນວນ​ໜຶ່ງ​ໃຈ​ກາງ ດ່າ​ລາດ, ຢາ​ເງັ້ຍ ແລະ ຟານ​ທຽດ (ແຂວງ ເລິມ​ດົ່ງ) ກໍ່​ໄດ້​ຈັດ​ຫຼາຍການ​ເຄື່ອນ​ໄຫວ​ທີ່​ເຂັ້ມ​ຂຸດ​ໄປ​ດ້ວຍ​ສີ​ສັນວັດ​ທ​ະ​ນະ​ທຳ​ທາງ​ດ້ານ​ພຸດ​ທະ​ສາ​ສະ​ໜາ…

ງານ​ບຸນ​ວິ​ສາ​ຂະ​ບູ​ຊາ ບໍ່​ພຽງ​ແຕ່​ແມ່ນ​ວັນ​ບຸນ​ພຸດ​ທະ​ສາ​ສະ​ໜາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ຫຼໍ່​ລ້ຽງ​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ປຸກ​ລຸກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ຄົນ​ຕໍ່ກັບ​ຄອບ​ຄົວ, ປະ​ຊາ​ຄົມ ແລະ ປະ​ເທດ​ຊາດ​ອີກ​ດ້ວຍ.