ນະທີ່ນີ້, 2 ຝ່່າຍໄດ້ເຫັນດີຊຸກຍູ້ບັນດາໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ໃໝ່, ລະອຽດແມ່ນ VSIP ຫາຍຟ່ອງ 2 ແລະ ບິ່ງເຢືອງ 4; ປຶກສາຫາລືກ່ຽວກັບການພັດທະນາພະລັງງານ, ການເງິນ, ຫັນເປັນດີຈີຕອນ, ເສດຖະກິດສີຂຽວ ແລະ ນະວັດຕະກຳ ແລະ ກຳນົດທິດທາງການຮ່ວມມືພັດທະນາລະບົບກ່ຳປັ່ນໃຕ້ດິນ ແລະ ເສັ້ນທາງລົດໄຟຕົວເມືອງ ຢູ່ ຫວຽດນາມ. ສິງກະໂປ ຈະໜູນຊ່ວຍ ຫວຽດນາມ ສ້າງບັນດາມາດຕະການເຕັກນິກພື້ນຖນ ແລະ ຫັນຂັ້ນຕອນເຄື່ອນໄຫວບັນດາເສັ້ນທາງລົດໄຟຕົວເມືອງໃນອະນາຄົດ, ຍົກສູງລັກສະນະຄົບຊຸດ ແລະ ນຳໃຊ້ເງິນໃຊ້ຈ່າຍເປັນຢ່າງດີທີ່ສຸດ.
ກ່ຽວຂ້ອງເຖິງການຮ່ວມມືພັດທະນາສູນການເງິນສາກົນ, ທ່ານລັດຖະມົນຕີ Tan See Leng ໃຫ້ຮູ້ວ່າ ບັນດາບໍລິສັດເລີ່ມດຳເນີນທຸລະກິດຂອງ ຫວຽດນາມ ອາດຈະນຳໃຊ້ຮູບແບບລະບົບນິເວດຂອງ ສິງກະໂປ ເພື່ອກໍ່ສ້າງ, ໜູນຊ່ວຍໃຫ້ແກ່ວິສາຫະກິດຂອງຕົນ ເພື່ອຮຽກຮ້ອງການລົງທຶນ ແລະ ເຂົ້າຮ່ວມຕະຫຼາດສາກົນ ຢ່າງເລິກເຊິ່ງກວ້າງຂວາງ.


.jpg)
.jpg)
.jpg)

