ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: THX/TTXVN)

ວັນທີ 02 ຕຸລາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມເສຍດາຍກ່ຽວກັບບັນດາຄວາມມານະພະຍາຍາມລົບລ້າງອາວຸດນິວເຄຼຍຂອງໂລກພວມຂາດຄວາມຄຶບໜ້າ ແລະ ຊ້ຳບໍ່ໜຳມີຄວາມສ່ຽງຖືກຍູ້ໃຫ້ຖອຍໄປ. ຄຳກ່າວປາໄສຂອງທ່ານໄດ້ຍົກອອກມາທີ່ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ ແລະ ຊຸກຍູ້ວັນສາກົນລົບລ້າງອາວຸດນິວເຄຼຍໃນມື້ສຸດທ້າຍຂອງສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75.

ຜູ້ນຳໜ້າສະຫະປະຊາຊາດ ຢືນຢັນວ່າ, ເລື່ອງລົບລ້າງອາວຸດນິວເຄຼຍມີຄວາມສຳຄັນເປັນຕາຍ ບໍ່ພຽງແຕ່ສຳລັບປະເທດໃດໜຶ່ງ ຫາກນັ້ນແມ່ນຄວາມຢູ່ລອດຂອງ ມວນມະນຸດທັງໝົດໃນໂລກ. ເຖິງຢ່າງໃດກໍ່ຕາມ, ບັນດາຄວາມເຄັ່ງຕຶງ ແລະ ຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດພວມເປັນເຈົ້າຂອງອາວຸດນິວເຄຼຍນັບມື້ນັບເພີ່ມຂຶ້ນ ໄດ້ເຮັດໃຫ້ໂລກປະເຊີນໜ້າກັບໄພອັນຕະລາຍຈາກນິວເຄຼຍນັບມື້ນັບໃຫຍ່ຫຼວງກວ່າ.