ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: Yonhap/TTXVN)

ທີ່ການຕ້ອນຮັບ, ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ຢັ້ງຢືນວ່າ ຍາມໃດສ.ເກົາຫຼີ ກໍ່ຖື ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມເປັນສຳຄັນ. ທ່ານ ກໍ່ຫວັງວ່າໃນໄລຍະຈະມາເຖິງ, ສອງກຸ່ມສະມາຊິກລັດຖະສະພາມິດຕະພາບຈະສືບຕໍ່ເພີ່ມທະວີການພົວພັນຢ່າງແໜ້ນແຟ້ນກ່ວາອີກ, ພ້ອມກັນມານະພະຍາຍາມເພື່ອປະກອບສ່ວນນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ສ່ວນທ່ານ ເຈິ່ນວັນຕຸ້ຍ ໃຫ້ຮູ້ວ່າ: ສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຈະເພີ່ມທະວີການພົວພັນຮ່ວມມື, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຍືນຍົງກ່ວາອີກ. ກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ ຍາມໃດກໍ່ໜູນຊ່ວຍບັນດາວິສາຫະກິດສອງປະເທດໃນການລົງທຶນ, ຮ່ວມມືດຳເນີນທຸລະກິດຢູ່ແຕ່ລະປະເທດ.