ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມກ່າວຄຳເຫັນທີ່ພິທີ (ພາບ: qdnd.vn) |
81 ຜົນງານ ທີ່ໄດ້ຮັບລາງວັນໃນຄັ້ງນີ້ລວມມີ: ລາງວັນພິເສດ 1 ລາງວັນ, ລາງວັນ A 5 ລາງວັນ, ລາງວັນ B 14 ລາງວັນ, ລາງວັນ C 29 ລາງວັນ, ລາງວັນຊົມເຊີຍ 32 ລາງວັນ. ໃນນັ້ນວິທະຍຸກະຈາຍສຽງຫວຽດນາມ (VOV) ມີ 12 ຜົນງານໄດ້ຮັບລາງວັນ. ນີ້ແມ່ນບັນດາຜົນງານທີ່ດີເດັ່ນໃນຈຳນວນ 1000 ຜົນງານຂຶ້ນກັບ 5 ສື່ປະເພດ: ສື່ສິງພິມ, ໜັງສືພິມເອເລັກໂຕນິກ, ວິທະຍຸກະຈາຍສຽງ, ໂທລະພາບ ແລະ ຮູບຖ່າຍສື່ມວນຊົນໄດ້ສົ່ງເຂົ້າມາປະກວດ.
ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ສຳລັບການເຂົ້າຮ່ວມໂຄສະນາກ່ຽວກັບພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ສື່ມວນຊົນໄດ້ຕິດຕາມຢ່າງໃກ້ຊິດ ແລະ ສ່ອງແສງຢ່າງແທດຈິງກ່ຽວກັບການເຕົ້າໂຮມກຸ່ມກ້ອນມະຫາສາມັກຄີຂອງບັນດາຊົນຊັ້ນ, ບັນດາເຜົ່າ, ສາສະໜາ, ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ, ກ່ຽວກັບການຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດ. ພິເສດແມ່ນໄດ້ສ່ອງແສງໃຫ້ເຫັນການສະໜັບສະໜູນຢ່າງຈະແຈ້ງຂອງ ປະຊາຊົນໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ການສະໜັບສະໜູນຜູ້ທຸກຍາກ ແລະ ພໍ່ແມ່ປະຊາຊົນຢູ່ເຂດປະສົບໄພທຳມະຊາດ.






