|
(ພາບ: TTXVN) |
ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ໄດ້ຕີລາຄາວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ດຳເນີນໄປຢ່າງມີວິທະຍາສາດ, ມີແບບມີແຜນ, ມີວິໄສທັດຍຸດທະສາດ; ວຽກງານບຸກຄະລາກອນ ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໄດ້ຮັບຄວາມເອົາໃຈໃສ່ຢ່າງລະອຽດ ເພື່ອເລືອກເຟັ້ນເອົາພະນັກງານຫຼັກແຫຼ່ງ, ຄະນະພັກທຸກຂັ້ນຮັບປະກັນໃຫ້ຖືກຕ້ອງຕາມມາດຕະຖານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່, ພິເສດແມ່ນສ້າງຖັນແຖວພະນັກງານຂັ້ນຍຸດທະສາດ. ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມເຊື່ອໝັ້ນ ແລະ ຫວັງວ່າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຈະແມ່ນຖັນແຖວພະນັກງານທີ່ມີຄວາມເຂັ້ມແຂງ, ມີກຳລັງຄວາມສາມາດຢ່າງພຽງພໍ, ມີອິດທິພົນຊື່ສຽງ, ນຳປະເທດນັບມື້ນັບພັດທະນາ ແລະ ວັດທະນາຖາວອນ.
ໃນຖານະເປັນສະມາຊິກຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຮັບເອົາບັນດາຄຳເຫັນທີ່ຈິງໃຈ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ສຸມໃສ່ເຂົ້າໃນວຽກງານໃຫຍ່ສຳຄັນຂອງປະເທດຊາດ, ບັນດາເນື້ອໃນກອງປະຊຸມຂອງສະພາແຫ່ງຊາດທີ່ຈະມາເຖິງ.






