ກຳລັງສະໜັບສະໜູນລັດຖະບານໂດຍ ສປຊ ປົກປ້ອງຢູ່ ລີບີ (ພາບ: TTXVN)

ຄະນະປະຕິບັດການສະໜັບສະໜູນຂອງສປຊ ປະຈຳ ລີບີ (MANUL) ໃຫ້ຮູ້ວ່າ ການໂອ້ລົມສົນທະນາທີ່ມີຊື່ວ່າ “ເວທີປາໄສ ໂອ້ລົມສົນທະນາດ້ານການເມືອງ ລີບີ” (FDPL) ຈະດຳເນີນຢູ່ Tunisia ຕາມຮູບການປຶກສາຫາລືດ້ານການເມືອງທາງອອນລາຍ. ເປົ້າໝາຍຂອງເວທີປາໄສໂອ້ລົມສົນທະນານີ້ແມ່ນ ສະໜັບສະໜູນ “ວິໄສທັດທີ່ກ້າວໜ້າ ແລະ ຄວາມເຫັນດີເຫັນພ້ອມ” ຈາກບັນດາການປຶກສາຫາລືດ້ານການເມືອງ ລະຫວ່າງ ບັນດາປະເທດ ທີ່ໄດ້ຈັດຂຶ້ນຫວ່າງແລ້ວນີ້ ຢູ່ Montreux (ສະວິດ),Bouznika (ມາຣົກ), Cairo (ເອຢີບ).