ເວທີປາໄສສະພາບການເສດຖະກິດ - ສັງຄົມຫວຽດນາມ 9 ເດືອນປີ 2020 ແລະ ບາງວິທີການແກ້ໄຂ

(ພາບ: TTXVN)

ເວທີປາໄສແມ່ນກາລະໂອກາດເພື່ອຫວນຄືນສະພາບການເສດຖະກິດ - ສັງຄົມໃນ 9 ເດືອນຂອງປີ 2020 ແລະ ປະກອບສ່ວນຕີລາຄາບັນດາຜົນກະທົບຈາກໂລກລະບາດ Covid – 19 ຕໍ່ເສດຖະກິດ ຫວຽດນາມ, ບັນດາກາລະໂອກາດ, ສິ່ງທ້າທາຍ ຂອງການປະຕິບັດເປົ້າໝາຍຄວບຄູ່ ແລະ ພັດທະນາເສດຖະກິດ - ສັງຄົມໃນຊຸມປີຈະມາເຖິງ, ກໍ່ຄືແງ່ຫວັງຂອງການພັດທະນາເສດຖະກິດ - ສັງຄົມ ຫວຽດນາມບົນພື້ນຖານດີຈີຕອນ.

ເວທີປາໄສໄດ້ດຳເນີນໃນລະຫວ່າງວັນທີ 24 – 25 ກັນຍາດ້ວຍ 3 ຫົວຂໍ້ປຶກສາຫາລືແມ່ນ ສະພາບການສັງລວມເສດຖະກິດຫວຽດນາມ ໃນ 9 ເດືອນຕົ້ນປີ 2020, ສະພາບການຕົວຈິງ ແລະ ແງ່ຫວັງຂອງເສດຖະກິດ ຫວຽດນາມ ບົນພື້ນຖານດີຈີຕອນ, ສະພາບການຕົວຈິງ ແລະ ການພັດທະນາຂອງບັນດາຂົງເຂດວັດທະນະທຳ ສັງຄົມ ຫວຽດນາມ ບົນພື້ນຖານດີຈີຕອນ.