ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງ Joe Biden (ພາບ: NBC News)

ກ່າວຄຳເຫັນຕໍ່ຜູ້ສະໜັບສະໜູນ ຢູ່ນອກທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ Brasilia, ທ່ານປະທານາທິບໍດີ ບຣາຊິນ Jair Bolsonaro ໃຫ້ຮູ້ວ່າ ທ່ານຫວັງວ່າ ທ່ານ ປະທານາທິບໍດີ Donald Trump ຈະຍາດໄດ້ໄຊຊະນະ. ທ່ານກ່າວວ່າ: “ຂ້າພະເຈົ້າມີສາຍພົວພັນອັນດີງາມກັບທ່ານ Donald Trump. ຂ້າພະເຈົ້າຫວັງວ່າ ທ່ານ Donald Trump ຈະໄດ້ຮັບການເລືອກຕັ້ງຄືນໃໝ່”.

ໃນຂະນະນັ້ນ, ຢູ່ ເອີີຣົບ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ເນັ້ນໜັກວ່າ ການພົວພັນອັນແໜ້ນແຟ້ນກັບ ອາເມລິກາ ພວມໄດ້ຮັບການຮັບປະກັນ ບໍ່ວ່າຜູ້ໃດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາກໍຕາມ, ຢູ່ ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ Heiko Maas ໄດ້ເລັ່ງລັດໃຫ້ບັນດານັກການເມືອງ ອາເມລິກາ ຊ່ວຍຮັກສາ “ຄວາມໄວ້ເນື້ອເຊື່ອໃຈ” ຕໍ່ລະບົບການເລືອກຕັ້ງ.

ສ່ວນຢູ່ ເມັກຊີໂກ, ທ່ານປະທານາທິບໍດີ Andres Manuel Lopez Obrador ໃຫ້ຮູ້ວ່າ ບໍ່ມີການສະແດງຄຳຄິດເຫັນໃດກ່ຽວກັບການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈົນຮອດເວລາປະກາດຜົນການນັບບັດສຸດທ້າຍ.