ລະດັບນ້ຳ ຂອງ ແມ່ນ້ຳແດງ ຢູ່ແຂວງ ຮຶງອຽນ ໃນວັນທີ 21 ສິງຫາ 2020(ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ກຸ່ມນັກຄົ້ນຄວ້າ ໄດ້ປະກາດການຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າສູດການຄິດໄລ່ໃນການແກ້ໄຂພາບຖ່າຍຂອງດາວທຽມ VNREDSat – 1 ໃນການເກັບກຳຂໍ້ມູນຂອງທາດ ແລະ ວັດຖຸທີ່ລອຍຢູ່ເຂດນ້ຳແຄມທະເລ ຂອງ ຫວຽດນາມ ເຊິ່ງຊ່ວຍໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງຮັບຮູ້ເຖິງໄດ້ສະພາບແວດລ້ອມຂອງເຂດທະເລ ຈາກນັ້ນ ສາມາດຕີລາຄາກ່ຽວກັບສະພາບແວດລ້ອມທະເລ ໄດ້ຢ່າງຊັດເຈນ ແລະ ຄິດໄລ່ໄດ້ລະດັບຄວາມເຊາະເຈື່ອນຂອງປາກນ້ຳ, ບັນດາປັດໄຈທີ່ສົ່ງຜົນສະທ້ອນຕໍ່ການຖົມດິນຢູ່ແຄມຝັ່ງທະເລ ແລ້ວມີການພະຍາກອນກ່ຽວກັບສະພາບການໃນອະນາຄົດໄດ້ຢ່າງຊັດເຈນກວ່າ. ການຄົ້ນຄວ້າດັ່ງກ່າວ ຊ່ວຍຍົກອອກບັນດາວິທີການແກ້ໄຂ, ການປົກປັກຮັກສາທີ່ເໝາະສົມ, ປະກອບສ່ວນປ້ອງກັນ, ຕ້ານ ແລະ ຫຼຸດລະດັບການເກີດໄພທຳມະຊາດລົງ, ກວດກາສຳຫຼວດຊັບພະຍາກອນທຳມະຊາດຢູ່ທະເລ, ພິເສດແມ່ນເຂດແຄມທະເລ ຂອງ ຫວຽດນາມ.