ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ອັງກິດ (ພາບ: Baoquocte.vn)

ໃນການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງທິງ ຢັ້ງຢືນວ່າ ການດຶງດູດເງິນລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ ແລະ ການຮ່ວມມືໃນການພັດທະນາເຕັກໂນໂລຢີ ແມ່ນບັນດາການກຳນົດທິດບຸລິມະສິດ ຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ. ທ່ານ ຟ້າມບິ່ງມິງ ມີຄວາມປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນການດຶງດູດເງິນລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ສ້າງຕັ້ງບັນດາສູນປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄ້ວາ ແລະ ພັດທະນາ ແລະ ມີການຮ່ວມສຳພັນກັບລະບົບວິສາຫະກິດພາຍໃນປະເທດ ຜ່ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາອຸດສາຫະກຳສະໜັບສະໜູນ.

ສ່ວນທ່ານ Tony Blair ໄດ້ສະເໜີຄວາມອາດສາມາດຮ່ວມມືກັບກຸ່ມບໍລິສັດ Oracle ຂອງ ອາເມລິກາໃນການຜັນຂະຫຍາຍລະບົບຄຸ້ມຄອງສາທາລະນະສຸກດີຈີຕອນ ຢູ່ ຫວຽດນາມ ເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19. ທ່ານ ອະດີດນາຍົກລັດຖະມົນຕີ ອັງກິດ ໄດ້ຕີລາຄາສູງ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ, ທ່ານກໍ່ມີຄວາມປາດຖະໜາຢາກໜູນຊ່ວຍຫວຽດນາມ ໃນການດຶງດູດບັນດາແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງ ໃນໄລຍະຈະມາເຖິງ.