ທ່ານນາງ ເລທິທູຮັ່ງ ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ (ພາບ: baoquocte.vn) |
ທ່ານນາງ ເລທິທູຮັ່ງ ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງ ວ່າ: ຫວຽດນາມເອົາໃຈໃສ່ຕິດຕາມກວດກາສະພາບການຢູ່ພາກພື້ນ ຕາເວັນອອກກາງຢ່າງໃກ້ຊິດແລະ ຊົມເຊີຍທຸກໆຄວາມມານະພະຍາຍາມເພື່ອແນໃສ່ ເລີ່ມດຳເນີນວິວັດການສ້າງສັນຕິພາບຢູ່ ພາກພື້ນຕາເວັນອອກກາງຄືນໃໝ່. ຫວຽດນາມ ຖືວ່າ ວິທີການທີ່ມີຄວາມສະເໝີພາບ ແລະ ຍືນຍົງໃຫ້ແກ່ບັນຫານີ້ ສາມາດບັນລຸໄດ້ ພຽງແຕ່ຜ່ານການໂອ້ລົມສົນທະນາ ແລະ ເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ.







