ວັນທີ 1 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 35 ຂອງ ຄະນະກຳມະການປ້ອງກັນຕ້ານອາດຊະຍາກຳ ແລະ ຍຸຕິທຳທາງອາຍາ (CCPCJ 35)ທີ່ສຳນັກງານ ສປຊ ຢູ່ວຽນນາ (ໂອຕາລິດ), ຫວຽດນາມໄດ້ປະສານສົມທົບກັບຫ້ອງວ່າການສປຊ ກ່ຽວກັບການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ຈາກຮ່າໂນ້ຍ ເຖິງການເຂົ້າຮ່ວມທົ່ວໂລກ: ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ”.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຈູຕວັນດຶກ, ຮອງຫົວໜ້າກົມກົດໝາຍ ແລະ ສົນທິສັນຍາສາກົນ, ກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢັ້ງຢືນວ່າການລົງນາມສົນທິສັນຍາຢູ່ ຮ່າໂນ້ຍໃນເດືອນຕຸລາ 2025 ແມ່ນຂີດໝາຍສຳຄັນຕໍ່ການຮ່ວມມືສາກົນ ໃນຂົງເຂດປ້ອງກັນຕ້ານອາດຊະຍາກຳທາງອິນເຕີເນັດ.
ຜູ້ຕາງໜ້າ UNODC ໄດ້ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຍດນາມ ໃນຕະຫຼອດວິວັດແຫ່ງການສ້າງສົນທິສັນຍາ, ນັບແຕ່ການເຈລະຈາ, ການຂົນຂວາຍຮັບຮອງເອົາເອກະສານຕະຫຼອດຮອດການເປັນເຈົ້າພາບຈັດຕັ້ງພິທີເຊັນສົນທິສັນຍາສຳເລັດ ຢູ່ຮ່າໂນ້ຍໃນປີ 2025 ແລະ ສຳເລັດລະບຽບການໃຫ້ສັດຕະຍາບັນໃນປີ 2026 ໂດຍໄວ.




