ວັນ​ທີ 30 ພຶດ​ສະ​ພາ, ອິນ​ເດີຍ ສິ້ນ​ສຸດ​ການ​ຊ້ອມ​ຮົບ​ຮ່ວມ​ຫຼາຍ​ຝ່າຍ PRAGATI 2026 ຢູ່​ຖານ​ທີ່​ໝັ້ນ​ການ​ທະ​ຫານ Umroi, ລັດ Meghalaya ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ ປະ​ເທດນີ້. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ການ​ຊ້ອມ​ຮົບ​ໄດ້​ຈັດ​ຂຶ້ນ, ສ້າງ​ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້, ໃນ​ນັ້ນ​ມີ ຫວຽດ​ນາມ.

PRAGATI ແມ່ນ​ໜັງ​ສື​ຫຍໍ້​ຂອງ “ການ​ພົວ​ພັນ​ຄູ່​ຮ່ວມມ​ື​ລະ​ຫວ່າງ​ບັນ​ດາ​ກອງ​ທັບ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ ແລະ ຫັນ​ປ່ຽນ​ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ ອ​ິນ​ເດຍ”. ການ​ຊ້ອ​ມ​ຮົບ​ດຳ​ເນີນ​ແຕ່​ວັນ​ທີ 18 – 30 ພຶດ​ສະ​ພາ, ເຕົ້າ​ໂຮມ​ທະ​ຫານກວ່າ 400 ຄົນ​ທີ່​ມາ​ຈາກ 13 ປະ​ເທດ, ລວມ​ມີ: ອິນ​ເດຍ, ບູ​ຖານ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊ​ຍ, ມາ​ດີ​ເວີ, ມາ​ເລ​ເຊຍ, ມຽນ​ມາ, ເນ​ປານ, ຟີ​ລິ​ບ​ລິນ, ເຊ​ເຊວ, ສີ​ລັງ​ກາ ແລະ ຫວຽດ​ນາມ.

ຄະ​ນະ​ນາຍ​ທະ​ຫານຂອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເນື້ອ​ໃນ​ການຝຶກ​​ອົບ​ຮົມ ແລະ ​ຝ​ຶ​ກ​ຊ້ອ​ມ. ຄະ​ນະ​ຈັດ​ຕັ້ງ​ ແລະ​ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ຕີ​ລາ​ຄາ​ສູງ​ລັກ​ສະ​ນະ​ລະ​ບຽບ​ວິ​ໄນ, ຈິດ​ໃຈ​ເປັນ​ມື້​ອາ​ຊີບ, ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ຍຸ​ທະ​ວີ​ທີ ແລະ ຄວາມ​ສາ​ມາດ​ສົມ​ທົບ​ກັບ​ສາ​ກົນ​ຂອງ​ຄະ​ນະ​ຜູ້ແທນ ຫວຽດ​ນາ​ມ.