ໃນລະຫວ່າງວັນທີ 30 – 31 ພຶດສະພາ, ສູນວາງສະແດງ ໄດ້ກາຍເປັນຈຸດນັດພົບຂອງຜູ້ນິຍົມວັດທະນະທຳ ອາຊີນັບພັນຄົນ ເມື່ອເປັນຄັ້ງທຳອິດເປັນເຈົ້າພາບຈັດ Asian Pop Culture Festival (APCF) - ວັນບຸນວັດທະນະທຳມະຫາຊົນອາຊີ ຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ. ເຫດການມີການເຕົ້າໂຮມຂອງຜູ້ຕາງໜ້າຫຼາຍປະເທດດ້ວຍການເຄື່ອນໄຫວທີ່ຫຼາຍຮູບແບບຈາກດົນຕີ, ແຟຊັນ, ອາຫານການກິນ, ສິລະປະພື້ນເມືອງ ຕະຫຼອດຮອດບັນດາຜະລິດຕະພັນທີ່ມີຫົວຄິດປະດິດສ້າງຍຸກປັດຈຸບັນ. ໃນສະຖານທີ່ນັ້ນ, ຄະນະຜູ້ແທນ ຫວຽດນາມ ໄດ້ສ້າງຫຼາຍຂີດໝາຍດ້ວຍບັນດາການເຄື່ອນໄຫວໂຄສະນາວັດທະນະທຳ, ອາຫານການກິນ, ຜະລິດຕະພັນກະເສດ, ເສື້ອຍາວ…ນີ້ແມ່ນຄັ້ງທຳອິດ ຫວຽດນາມ ເຂົ້າຮ່ວມວັນບຸນດ້ວຍຮ້ານວາງສະແດງສິນຄ້າ 10 ແຫ່ງ, ໃນນັ້ນມີ 6 ຮ້ານອາຫານການກິນ ພ້ອມກັບຫຼາຍສະຖານທີ່ແນະນຳວັດທະນະທຳຊາດ. ບໍ່ພຽງແຕ່ແນະນຳກິລາ ແລະ ອາຫານ, ຄະນະຜູ້ແທນ ຫວຽດນາມ ຍັງນຳມາວັນບຸນບັນດາຈຸດຄວາມງາມປະເພນີຜ່ານຊຸດເສື້ອຍາວ ແລະ ບັນດາລາຍການສະແດງສິລະປະອີກດ້ວຍ.




