ຕອນບ່າຍວັນທີ 1 ມິຖຸນາ, ຢູ່ຫ໋າຍຝ່ອງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເປັນປະທານການເຮັດວຽກກັບນະຄອນຫ໋າຍຝ່ອງ ແລະ ບັນດາແຂວງກ໋ວາງນິງ, ບັກນິງ, ນິງບິ່ງ, ຮຶງອຽນ ຜັນຂະຫຍາຍຄຳເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ກ່ຽວກັບການພັດທະນາເຮືອນຢູ່ໃຫ້ເຊົ່າໃນສະຖານທີ່ປະຈຳຖິ່ນ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ແຈ້ງວ່າການພັດທະນາເຮືອນຢູ່ໃຫ້ເຊົ່າແມ່ນແຜນນະໂຍບາຍໃຫຍ່ໂດຍພັກ, ລັດ ກຳນົດແຈ້ງໃນບັນດາການຊີ້ນຳຫວ່າງແວ້ວນີ້ຂອງຄະນະເລຂາ ແລະ ສະຫຼຸບຂອງທ່ານເລຂາທິການໃຫຍ່, ປະທານປະເທດ. ເພາະສະນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ້ອງເປັນເອກະພາບຄວາມຮັບຮູ້, ຖືນີ້ແມ່ນໜ້າທີ່ການເມືອງສຳຄັນ, ຮີບດ່ວນ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນບັນຫາເຮືອນຢູ່ເທົ່ານັ້ນຫາກຍັງແມ່ນບັນຫາການໜູນຊ່ວຍສັງຄົມ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວາມສາມາດການແກ້ງແຍ້ງດຶງດູດການລົງທຶນ ແລະ ພັດທະນາແບບຍືນຍົງຂອງບັນດາທ້ອງຖິ່ນໃນເຂດເສດຖະກິດຈຸດສຸມພາກເໜືອ.





