ບໍ​ລິ​ສັດ Moderna (ອາ​ເມ​ລິ​ກາ), ຂໍ້​ລິ​ເລີ່ມ Vaccine AIDS ສາ​ກົນ (IAVI) ແລະ ມະ​ຫາ​ວິ​ທະ​ຍາ​ໄລ Oxford, ດ້ວຍ​ການ​ເຂົ້າ​ຮ່ວມ​ຜະ​ລິດ​ຂອງ​ສະ​ຖາ​ບັນ ໂລ​ຫິດ ອິນ​ເດຍ, ຫາ​ກໍ່​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ​ 60 ລ້ານ USD ເພື່ອ​ຄົ້ນ​ຄ້​ວາ​ວັກ​ຊິນ​ຕ້ານ ສາຍ Bundibugyo ທີ່​ຫາ​ຍາກຂອງໄວ​ຣັດ Ebola, ທີ່​ພວມ​ລະ​ບາດ​ຢູ່​ບາງ​ປະ​ເທດ​ອາບ​ຟ​ຼິກ​ກາ. ບ້ວງ​ເງິນ​ໜູນ​ຊ່ວຍ​ດັ່ງ​ກ່າວ ໂດຍ​ສ​ະ​ຫະພັນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ​ກຽມ​ພ້ອມ​ຕ້ານ​ໂລກ​ລະ​ບາດ (CEPI) ປະ​ກາດ​ໃນ​ວັນ​ທີ 1 ມິ​ຖຸ​ນາ, ເພື່ອ​ໜູນ​ຊ່ວຍ​ກາ​ນ​ພັດ​ທະ​ນາ, ທົດ​ລອງທາງຄ​ລິ​ນິກ​ໄລ​ຍະ​​ຕົ້ນ ແລະ ໜູນ​ຊ່ວຍ​ການ​ຜະ​ລິດ ແລະ ດຳ​ເນີນ​​ການ​ທົດ​ລອງ​ໄລ​ຍະ​ຕໍ່ໆ​ໄປ ຖ້າ​ຂໍ້​ມູນ​ເບື້ອງ​ຕົ້ນ​ມີ​ຜົນ​ດີ. ການ​ກະ​ທຳ​ນີ້​ໄດ້​ດຳ​ເນີນ​ໃນ​ສະ​ພາບ​​ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ແພດ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ການ​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ Ebola ສາຍ Bundibugyo ຢູ່​ເຂດ​ອາບ​ຟ​ຼິກ​ກາ​ກາງ. ປັດ​ຈຸ​ບັນ, ສ.ໂກງ​ໂກ​ແມ່ນ​ຈຸດ​ໃຈ​ກາງ​ຂອງ​ການ​ລະບາດ, ດ້ວຍ​ຈຳ​ນວນ​ຜູ້​ຕິດ​ເຊ້ອ​ນັບ​ມື້​ນັບຫຼາຍ​ໃນຂອບ​ເຂດ​ ​ກວ້າງຂວາງ​ຢູ່​ເຂ​ດ​ທາງ​ທິດ​ຕາ​ເວັນ​ອອກ. ຕາມ​ຕົວ​ເລກຫຼ້າ​ສຸດ​ຂອ​ງວົງ​ການ​ເຈົ້າ​ໜ້າ​ທີ່ ໂກງ​ໂກ​ແລ້ວ, ປະ​ເທດ​ນີ້​ໄດ້​ຢັ້ງ​ຢືນມີ​ຜູ້​ຕິດ​ພະ​ຍາດ Ebola 282 ຄົນ, ​ແລະມີຜູ້​ເສຍ​ຊີ​ວິດ 42 ຄົນ.