ວັນ​ທີ 31 ພຶດ​ສະ​ພາ (ກົງ​ກັບ​ວັນ​ທີ 15 ເດືອນ 4 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ວັດ ເຟີດ​ຕິກ, ທີ່​ນະ​ຄອນ​ຫຼວງ ວຽງ​ຈັນ, ລາວ, ໄດ​້​ຈ​ັດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ​ພສ 2570. ເຂົ້າ​ຮ່ວມ​ພິ​ທີ​ມີຍົດ​ຖາ​ບັນ​ດ​າ​ຊັກ, ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກະ​ຊົນຂອງ ຫວຽດ​ນາມ ແລະ ລາວ; ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ມິນ​ເຕິມ; ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ອ້ອມ​ຂ້າງ​ສະ​ຖານ​ທູດ, ບັນ​ດາ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​​ໄສ​ຢູ່ ລາວ, ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ນະ​ຄອນ​ຫຼວງ ວຽງ​ຈັນ ເປັນ​ຈຳ​ນວນ​ຫຼາຍ.

​ ມີຍົດ​ຖາ​ບັນ​ດ​າ​ຊັກ, ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກະ​ຊົນ ຫວຽດ​ນາມ ແລະ ລາວ ໄດ້​ດຳ​ເນີນ​ບັນ​ດາ​ພິ​ທີ​ທີ່​ເປັນ​ມູ​ນ​ເຊື້ອ​ຕ​້ອນ​ຮັບວັນ​ປະ​ສູດ​ຂອງ​ພະ​ພຸດ​ທະ​ເຈົ້າ, ສວດ​ມົນ​ພາ​ວະ​ນາ​ໃຫ້ປະ​ເທດ​ຊາດ​​ມີ​ຄວາມສະ​ຫງົບ, ປະ​ຊາ​ຊົນ​ 2 ປະ​ເທດ ລາວ ແລະ ຫວຽດ​ນາມ ກໍ​ຄື​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ​ຢູ່ ລາວ ໃຫ້ຢູ່​ເຢັນ​ເປັນ​ສຸກ.

ເນື່ອງ​ໃນ​ໂອ​ກາດນີ້, ວັດ ເຟີດ​ຕິກ ພ້ອມ​ກັບ​ຜູ້​ໃຈ​ບຸນ​ໃຈ​ກູ້​ຊົນ​ໄດ້​ມອບ​ຂອງ​ຂວັນ 200 ພູດ​ໃຫ້​ຄົນ​ພິ​ການ, ຜູ້​ປະ​ສົບ​ປະ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ.