(ພາບ:: TTXVN)
ບົດຄຳເຫັນນຳສະເໜີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການສົນທະນາຄັ້ງທີ 23 ຈັດຂຶ້ນຢູ່ ສິງກະໂປ ໄດ້ສ້າງຄວາມສົນໃຈ, ສ້າງຂີດໝາຍຢ່າງແຮງໃນວົງການນັກຄົ້ນຄວ້າສາກົນໂດຍໄວ.
ໂດຍເຂົ້າຮ່ວມການສົນທະນາ Shangri-la ຄັ້ງທີ 23, ຮັບຟັງບັນດາສານສຳຄັນຈາກການນຳ ຫວຽດນາມ, ທ່ານຮອງສາດສະດາຈານ, ປະລິນຍາເອກ Neak Chandarith - ຫົວໜ້າສະຖາບັນຄົ້ນຄວ້າສາກົນ ແລະ ນະໂຍບາຍພາກລັດ (IISPP), ມະຫາວິທະຍາໄລລາຊະອານາຈັກ ພະນົມເປັນ (RUPP) ໄດ້ເອົາໃຈໃສ່ເປັນພິເສດເຖິງບັນດາຂໍ້ສະເໜີທີ່ໄດ້ຍົກອອກມາໃນບົດນຳສະເໜີທີ່ພິທີເປີດ.
ຕາມທ່ານແລ້ວ, ບັນດາຂໍ້ສະເໜີໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍົກອອກມາທີ່ການສົນທະນາ Shangri-la ຄັ້ງທີ 23 ໄດ້ສ່ອງແສງວິໄສທັດຂອງການນຳດີເລີດ, ປະກອບສ່ວນສຳຄັນເຂົ້າໃນວິວັດການສ້າງໂຄງປະກອບຄວາມໝັ້ນຄົງພາກພື້ນແບບຍືນຍົງ, ປົກປ້ອງທີ່ຕັ້ງ, ຫຼັກໝັ້ນຂອງບັນດາປະເທດນ້ອຍ ແລະ ກາງອື່ນ. ບັນດາຂໍ້ສະເໜີຂອງ ຫວຽດນາມ ໄດ້ປະກອບສ່ວນກຳນົດທິດໂຄງສ້າງ, ໃນນັ້ນ ທຸກປະເທດລ້ວນແຕ່ມີສຽງເວົ້າ ແລະ ສິດເຂົ້າຮ່ວມຢ່າງສະເໝີພາບ, ບໍ່ມີຜູ້ໃດຖືກປັດເຂ່ຍອອກຈາກລະບົບຄວາມໝັ້ນຄົງລວມໝູ່.




