ຕອນ​ເຊົ້າ​ວັນ​ທີ 1 ມິ​ຖຸ​ນາ, ຢູ່​ຄ້າຍ​ຄຸ້ມ​ຂັງ ​ແທັງ​ຊວັນ (ຮ່າ​ໂນ້ຍ), ກະ​ຊວງ​ຕຳຫຼວດ​ໄດ້​ຈັດ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ອະ​ໄພ​ຍະໂທດ​ປີ 2026 ຂອງ​ທ່ານ​ປະ​ທານ​ປະ​ເທດ, ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປ​ະ​ຈຳ​ການ​ລັດ​ຖະ​ບານ, ປະ​ທານ​ສະ​ພາ​ໃຫ້​ຄຳ​ປຶກ​ສາ ​ອະ​ໄພ​ຍະ​ໂທດ​ປີ 2026 ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ. ທີ່​ພິ​ທີ, ການ​ນຳຄ້າຍ​ຄຸ້ມ​ຂັງ​ຄຸກ​ແທ​ັງ​ຊວັນ ປະ​ກາດ​ຂໍ້​ຕົກ​ລົງ​ເລກ​ທີ 751 ຂອງ​ປະ​ທານ​ປະ​ເທດ ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ປີ 2026. ຕາມ​ນັ້ນ​ແລ້ວ, ທ່ານ​ປະ​ທານ​ປະ​ເທດ ​ຕົກ​ລົງອະ​ໄພ​ຍະ​ໂທດ​ໃຫ້​ແກ່​ນັກ​ໂທດ 9.950 ຄົນ ທີ່​ພວມ​ປະ​ຕິ​ບັດ​​ໂທດ​ຈຳຄຸກ​ໃນ​ທົ່ວ​ປະ​ເທດ ທີ່​ມີ​ເງື່ອນ​ໄຂ​ໄດ້​ຮັບ​ການ​ອະ​ໄພ​ຍາ​ໂທດ ໃນ​ປີ 2026.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ ລັດ​ຖະ​ບານ ໃຫ້​ຮູ້​ວ່າ​ນັບ​ແຕ່​ປີ 2009 ມາ​ຮອດ​ປັດ​ຈຸ​ບັນ, ປະ​ທານ​ປະ​ເທດ​ໄດ້​​ຕົກ​ລົງ​ອະ​ໄພ​​ຍະ​ໂທດ​ 12 ຄັ້ງ​ໃຫ້​ແກ່​ນັກ​ໂທດກວ່າ 120.000 ຄົນ. ​ ​ນັກ​ໂທດ ສ່ວນຫຼາຍ​ໄດ້​ຮັບ​ການ​ອະ​ໄພ​ຍາ​ໂທດ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ໂດຍ​ໄວ, ມີ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ທຳ​ມາ​ຫາ​ກິນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ມີຫຼາຍ​ຄົນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຂອງ​ສັງ​ຄົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ເພື່ອ​ໄດ້​ຮັບ​ການຕົກ​ລົງ​ອະ​ໄພ​ຍາ​ໂທດ​ຈາກ​ປະ​ທານ​ປະ​ເທດ, ບັນ​ດາ​ນັກ​ໂທດ​ລ້ວນ​ແຕ່​ມີ​ໂອ​ກາດ​ຄື​ກັນ, ບໍ່​ຈຳ​ແນກ​ປະ​ເພດ, ສາ​ສະ​ໜາ, ສັນ​ຊາດ, ເກນ​ອາ​ຍຸ, ອາ​ຊີບ, ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ; ໂດຍ​ແມ່ນ​ນັກ​ຮົບ​ທີ່​ມີ​ເງື່ອນ​ໄຂ​ພຽງ​ພໍ, ຖືກ​ກັບ​ເປົ້າ​ໝາຍ​​ຕາມ​ການ​ກຳ​ນົດ​ໃນ​ກົດ​ໝາຍ​.