ວັນທີ 31 ພຶດສະພາ, ທ່ານ ຫງວຽນກີເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Qarakal Quantum, ບໍລິສັດ start-up ໃນຂົງເຂດຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຢີ Quantum. ທີ່ການຕ້ອນຮັບ ແລະ ເຮັດວຽກກັບທ່ານ ເອກອັກຄະລັດຖະທູດ ມີທ່ານປ.ອ Nissan Maskil, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) Qarakal Quantum ແລະ ທ່ານສາດສະດາຈານ Nadav Katz, ຜູ້ອຳນວຍການໃຫຍ່ ເຕັກໂນໂລຢີ (CTO), ພ້ອມກັບກັນຊ່ຽວຊານ, ນັກເຕັກນິກແຖວໜ້າຂອງບໍລິສັດ. ທ່ານນາງ ຮອງປະທານບໍລິສັດຖ່າຍທອດເຕັກໂນໂລຢີ (Yissum) ຂອງມະຫາວິທະຍາໄລ ກໍ່ເຂົ້າຮ່ວມການເຮັດວຽກ. ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫງວຽນກີເຊີນ ເນັ້ນໜັກວ່າ ຫວຽດນາມ ມີຄວາມສົນໃຈເປັນພິເສດເຖິງການພັດທະນາຢ່າງວ່ອງໄວຂອງວິທະຍາສາດ ແລະ ເຕັກໂນໂລຢີ Quantum ໃນໂລກ ແລະ ພວມຄ່ອຍໆຄົ້ນຄ້ວາ, ສ້າງກຳລັງຄວາມສາມາດແຫ່ງຊາດໃນຂົງເຂດນີ້ຜ່ານການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການຄົ້ນຄ້ວາໂດຍພື້ນຖານ, ຊຸກຍູ້ການຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ ແລະ ວິສາຫະກິດເຕັກໂນໂລຢີ. ທ່ານເອກອັກຄະລັດຖະທູດ ຕີລາຄສູງບັນດາຜົນສຳເລັດຂອງ ອິດສະລາແອັນ ໃນຂົງເຂດເຕັກໂນໂລຢີສູງເວົ້າລວມ ແລະ ເຕັກໂນໂລຢີ Quantum ເວົ້າສະເພາະ, ພ້ອມທັງສະແດງຄວາມປາດຖະໜາຢາກ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາຮາກຖານການຄົ້ນຄ້ວາ, ບຳລຸງສ້າງຊັບພະຍາກອນມະນຸດ ແລະ ຖ່າຍທອດເຕັກໂນໂລຢີໃນບັນດາຂົງເຂດເຕັກໂນໂລຢີກ້າວໜ້າ, ໃນນັ້ນມີ Quantum Computing.




