(ພາບ: TTXVN)
ທີ່ການຕ້ອນຮັບປະທານທະນາຄານພັດທະນາ ອາຊີ (ADB), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ ADB ສືບຕໍ່ໜູນຊ່ວຍ ຫວຽດນາມ ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ເພີ່ມທະວີຄວາມທົນທານຕໍ່ບັນດາສິ່ງທ້າທາຍທົ່ວໂລກ.
ທີ່ການຕ້ອນຮັບການນຳກຸ່ມບໍລິສັດ Aboitiz Foods, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ສົ່ງເສີມບັນດາບໍລິສັດຜັນຂະຫຍາຍຮູບແບບການຮ່ວມມືຊຸກຍູ້ກະສິກຳສີຂຽວ, ອັດສະລິຍະ, ລະບົບມູນຄ່າທັນຍາຫານແບບຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢູ່ພາກພື້ນ ອາຊຽນ.
ທີ່ການຕ້ອນຮັບການນຳອົງການອະນາໄມໂລກ (WHO) ພາກພື້ນມະຫາສະໝຸດປາຊີຟິກຕາເວັນຕົກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ WHO ສືບຕໍ່ໜູນຊ່ວຍ ຫວຽດນາມ ຍົກສູງປະສິດທິຜົນການສ້າງນະໂຍບາຍ ແລະ ຈັດລະບົບສາທາລະນະສຸກໃຫ້ສອດຄ່ອງກັບສະພາບການໃໝ່, ໂດຍສະເພາະແມ່ນເພີ່ມທະວີກຳລັງຄວາມສາມາດຮັບມືກັບສະພາບການດ້ານສາທາລະນະສຸກສຸກເສີນໃນອະນາຄົດ.




