ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ແລະ ຜູ້ຕາງໜ້າສະຫະພັນບັນດາອົງການເສດຖະກິດ ຍີ່ປຸ່ນ (Keidanren) |
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ເນັ້ນໜັກວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ທ່ານປະທານສະພາແຫ່ງຊາດຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ສົມບູນແບບ, ກຳນົດທິດກົດໝາຍ ແລະ ນະໂຍບາຍ, ສືບຕໍ່ສ້າງຄວາມເຂັ້ມແຂງທາງດ້ານການແກ່ງແຍ້ງເສດຖະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ, ໃນນັ້ນມີນັກລົງທຶນຕ່າງປະເທດທີ່ລົງທຶນ ທຳການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.









