ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA (ພາບ: AFP/TTXVN) |
ຂໍ້ຕົກລົງກ່ຽວກັບແຜນການກະທຳຢ່າງຮອບດ້ານ ຫຼື ຍັງໄດ້ເອີ້ນຫຍໍ້ວ່າ JCPOA, ໄດ້ລົງນາມໃນປີ 2015 ຢູ່ Vienna (ປະເທດໂອຕາລິດ) ໂດຍມີການເຂົ້າຮ່ວມຂອງອີຣານ ແລະ ກຸ່ມ P5+1 (ມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ). ຕາມນັ້ນແລ້ວ, ອີຣານຕ້ອງຈຳກັດໂຄງການພັດທະນາອາວຸດນິວເຄຼຍເພື່ອແລກເອົາການລົບລ້າງບັນດາຄຳສັ່ງລົງໂທດ. ມາຮອດປັດຈຸບັນ, ຍາມໃດອີຣານກໍ່ຢັ້ງຢືນວ່າ ໂຄງການນິວເຄຼຍຂອງຕົນແມ່ນເພື່ອເປົ້າໝາຍສັນຕິພາບຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງ IAEA.






