ວັນທີ 1 ພຶດສະພາ, ອິດສະຣາແອັນ ໄດ້ບຸກໂຈມມີເລັ່ງໃສ່ໝູ່ບ້ານ 3 ຫຼັງຢູ່ທ່ງພາກໃຕ້ ລີບັງ ຊື່ງໄດ້ເຮັດໃຫ້ 4 ຄົນເສຍຊີວິດ. ໃນຂະນະນັ້ນ, ເຮັກໂບລາ ປະກາດວ່າໄດ້ຍິງລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບເຂົ້າບັນດາທີ່ຕັ້ງການທະຫານຂອງ ອິດສະຣາແອັນ, ໃນນັ້ນ, ການບຸກໂຈມຕີດ້ວຍ ເຮືອບິນບໍ່ມີຄົນຂັບຢູ່ພາກເໜືອອິດສະລາແອັນ ໄດ້ເຮັດໃຫ້ທະຫານອິດສະລາແອັນ 2 ຄົນຖືກບາດເຈັບ. ການບຸກໂຈມຕີຄັ້ງຕ່າງໆລະຫວ່າງສອງຝ່າຍຍັງສືບຕໍ່ດຳເນີນ ໂດຍບໍ່ຫົວຊາຄຳສັ່ງຢຸດຍິງ ໃນເວລາ 10 ວັນທີັ່ບນລຸໄດ້ໃນວັນທີ 16 ເມສາທີ່ຜ່ານມາ ແລະ ໄດ້ຕໍ່ກຳນົດເວລາຕື່ມອີກ 3 ອາທິດ. ກະຊວງສາທາລະນະສຸກ ລີບັງ ໃຫ້ຮູ້ວ່າ ນັບແຕ່ເມື່ອເກີດການປະທະກັນໃນວັນທີ 2 ມີນາ, ບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ 2600 ຄົນເສຍຊີວິດ, ກ່ວາ 8000 ຄົນຖືກບາດເຈັບ ແລະ ກ່ວາ 1.2 ຄົນຕ້ອງຍົກຍ້າຍໃນທົ່ວປະເທດ.






