ຖານທີ່ໝັ້ນ T4 (ພາບ: ynetnews)

ຕາມແຈ້ງການຂອງກອງທັບ ຊີຣີ ໃຫ້ຮູ້ວ່າ ເຮືອບິນສູ້ຮົບ ອິດສະຣາແອັນ ໄດ້ຍິງລູກສອນໄຟຫຼາຍລູກໄປທາງຖານທີ່ໝັ້ນແຫ່ງດັ່ງກ່າວ, ແຕ່ສ່ວນໃຫຍ່ ແມ່ນຖືກລະບົບປ້ອງກັນອາກາດຂອງ ຊີຣີ ຍິງສະກັດກັ້ນ. ເຖິງຢ່າງໃດກໍຕາມ, ຍັງມີລູກສອນໄຟ 4 ລູກ ຍິງຖືກຖານທີ່ໝັ້ນດັ່ງກ່າວ. ແຈ້ງການດັ່ງກ່າວ ກໍໃຫ້ຮູ້ວ່າ ເຫດບຸກໂຈມຕີໄດ້ປະຕິບັດມາຈາກເຂດ al Tanf ຢູ່ທາງພາກຕາເວັນອອກສ່ຽງໃຕ້ ຊີຣີ, ເຊິ່ງເປັນບ່ອນຕັ້ງທັບຂອງ ອາເມລິກາ.

ໃນຂະນະນັ້ນ, ສໍານັກຂ່າວສານ SANA ຂອງ ຊີຣີ ໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວ ໄດ້ກໍ່ຜົນເສຍຫາຍຢູ່ສະໜາມບິນທະຫານ T4 ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.