ຖະ​ແຫຼງ​ຢຸດ​ຕິ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ໂດຍ​ສຳ​ນັກ​ຂ່າວ​ສານ​ເຄິ່ງ​ທາງ​ການ Tasnim ຂອງ​ອີ​ຣານ ຍົກ​ອອກ​ມາ​ໃນ​ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ, ໃນ​ສະ​ພາບ​ການ​ກຳ​ລັງ​ອາ​ເມ​ລິ​ກາ ແລະ ອີ​ຣານ ສືບ​ຕໍ່​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ ໃນ​ສະ​ໜາມ​ຮົບ​ເຂດ​ອ່າວ. ກ່ອນ​ໜ້າ​ນັ້ນ, ກອງ​ທັບ​ອາ​ເມ​ລິ​ກາ ​ແຈ້ງໃຫ້​ຮູ້ວ່າ ໄດ້​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ລະ​ບົບ radar ແລະ ສູນ​ບັນ​ຊາ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຂອງ​ອີ​ຣານ​ໃນ​ເກາະ Garuk ແລະ ເກາະ Qeshm ຢູ່​ໃກ້​​ກັບຊ່ອງ​ແຄບ​ທະ​ເລ Hormuz, ໃນ​ວັນ​ທີ 30 ແລະ 31 ພຶດ​ສະ​ພາ, ເພື່ອ​ແນ​ໃສ່​ໂຕ້​ຕອບ​ການ​ກະ​ທຳ​ເກາະ​ຜິດ​ຂອງ Tehran. ສ່ວນກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິດ​ສະ​ລາມ ອີ​ຣານ (IRGC) ກໍ່ປະ​ກາດ​ວ່າ​ ​ໄດ້ຍິງ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ຖານ​ທີ່​ໝັ້ນ​​ຂອງອາ​ເມ​ລິ​ກາ ທີ່​ຕັ້ງ​ຢູ່ ກູ​ເວດ​ເພື່ອໂຕ້​ຕອບ​ຄືນ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຊ່ອງ CNBC, ທ່ານ Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ຝ່າຍ​ອີ​ຣານ ຍັງ​ບໍ່​ທັນ​ແຈ້ງ​ກັບ​ອາ​ເມ​ລິ​ກາ ຢ່າງ​ເປັນທາງ​ການ ກ່ຽວ​ກັບ​ການ​ຢຸດ​ຕິ​ກາ​ນ​ເຈ​ລະ​ຈາ. ໃນ​ສານສະ​ບັບ​ອື່ນ​ທີ່​​ລົງທາງ​​ສື່​ສັງ​ຄົມ​ອອນ​ໄລໃນ​ວັນ​ດ່ຽວກັນ, ທ່ານ Trump ໃຫ້​ຮູ້​ວ່າ ບັນ​ດາ​ການ​ພົບ​ປະ​ກັບ ອີ​ຣານ ຍັງ​ຄົງ​ສືບ​ຕໍ່​​ຢ່າງໄວ​​ທີ​ສຸດ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຂ່າວ​ຄາວ​ທີ່​ວ່າ ອີ​ຣານ ໄດ້​ຢຸດ​ຕິ​ການ​ເຈ​ລະ​ຈາ.