ສວນສາທາລະນະ Disneyland ຢູ່ນະຄອນຫຼວງ ປາຣີ, ຝລັ່ງ (ພາບ: AFP/TTXVN) |
ບັນດາຄະນະຜູ້ແທນທີ່ມາຈາກ 27 ປະເທດສະມາຊິກ ໄດ້ຕົກລົງເຫັນດີຕໍ່ບັນຊີຂໍ້ສະເໜີແນະ. ເຖິງຢ່າງໃດກໍ່ຕາມ, ບັນດາຂໍ້ສະເໜີແນະເຫຼົ່ານັ້ນ ບໍ່ມີລັກສະນະບັງຄັບ ແລະ ບັນດາປະເທດສະມາຊິກມີສິດເລືອກເຟັ້ນວ່າ ຈະປະຕິບັດຕາມບັນດາຂໍ້ສະເໜີແນະນັ້ນຫຼືບໍ. ມາດຕະການໃໝ່ເຫຼົ່ານັ້ນ ໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກສ່ວນຫຼາຍ ໃນສະພາບການທີ່ ເອີີຣົບ ພວມຮັບມືກັບການລະບາດຮອບທີ 2 ຂອງໂລກລະບາດໂຄວິດ - 19, ດ້ວຍຈຳນວນກໍລະນີຕິດເຊື້ອໃໝ່ຢູ່ຫຼາຍປະເທດ ອີຢູ ໄດ້ເພີ່ມຂຶ້ນຢູ່ໃນລະດັບເຕືອນໄພ.






