(ພາບ: ANI) |
ປະຈຸບັນ, ທະຫານອິນເດຍ ຖືກຈັດວາງໃນສະພາບການລະມັດລະວັງສູງ ຢູ່ລຽບຕາມສາຍທາງຄວບຄຸມພື້ນທີ່ຕົວຈິງ (LAC) ພ້ອມແລ້ວທີ່ຈະໂຕ້ຕອບບໍ່ວ່າການກະທຳລະເມີດໃດຈາກຝ່າຍຈີນ. ຝ່າຍອິນເດຍ ກ່າວຫາຈີນ ວ່າໄດ້ “ລະເມີດບັນດາສະຕິຄວາມຮັບຮູ້ລວມກ່ອນນີ້ ໃນການພົບປະທາງການທູດ ແລະ ການປ້ອງກັນຊາດຄັ້ງຕ່າງໆ ກ່ຽວກັບບັນດາສູ້ຢັນກັນຢູ່ Ladakh ຕາເວັນອອກ ແລະ ໄດ້ຜັນຂະຫຍາຍບັນດາການກະທຳເກາະຜິດດ້ານການທະຫານ ເພື່ອປ່ຽນແປງສະພາບຕົວຈິງ”.
ໃນແຈ້ງການອອກເມື່ອວັນທີ 1 ກັນຍາ, ກະຊວງການຕ່າງປະເທດອິນເດຍ ໄດ້ຊຸກຍູ້ປະເທດຈີນ ຈົ່ງຮັດແໜ້ນວິໄນ ແລະ ຄວບຄຸມທະຫານຢູ່ແນວໜ້າ ພ້ອມທັງຢືນຢັນຄຳໝັ້ນສັນຍາຈະແກ້ໄຂທຸກບັນຫາທີ່ຍັງຄົງຂ້າງ ລຽບຕາມສາຍທາງຄວບຄຸມພື້ນທີ່ຕົວຈິງ (LAC) ຜ່ານການເຈລະຈາໂດຍສັນຕິວິທີ.




