ທ່ານ Francois Philippe Champagne ລັດຖະມົນຕີກະຊວງການຕ່າງປະເທດການາດາ (ພາບ: TTXVN) |
ທ່ານ Francois Philippe Champagne ໃຫ້ຮູ້ວ່າ ປັດຈຸບັນບໍ່ມີເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນເພື່ອສືບຕໍ່ບັນດາການເຈລະຈາ. ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດການາດາໄດ້ຢຸດຕິແນວຄວາມຄິດກ່ຽວກັບຂໍ້ຕົກລົງການຄ້າເສລີກັບພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກເຊິ່ງທ່ານ ນາຍົກລັດຖະມົນຕີ Justin Trudeau ເຄີຍຖືກຕຳໜິຕິຕຽນຈາກພາຍໃນປະເທດຍ້ອນ ໄດ້ຜ່ອນສັ້ນຜ່ອນຍາວຫຼາຍເກີນໄປເພື່ອເພີ່ມທະວີການແລກປ່ຽນພົວພັນການຄ້າກັບ ຈີນ.
ທ່ານ Champagne ກໍ່ໃຫ້ຮູ້ວ່າ ບຸລິມະສິດໃນປັດຈຸບັນຂອງການາດາແມ່ນນຳເອົາພົນລະເມືອງການາດາ 2 ຄົນ, ເຊິ່ງແມ່ນຜູ້ທີ່ຖືກຈີນກ່າວຫາວ່າແມ່ນນັກສືບເມື່ອເດືອນມິຖຸນາຜ່ານມາກັບຄືນປະເທດ.
ນັກຂ່າວ VOV ປະຈຳອາເມລິກາ






