ຕອນບ່າຍວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ການແຂ່ງຂັນ “ມໍລະດົກໃນສາຍຕາຂອງນ້ອງ” ໂດຍສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມຽວ - ກວັກຕືຢ້າມ ປະສານສົມທົບກັບໂຮງງານສິລະປະ Art Tree ແລະ ໂຮມຮຽນວິທະຍາສາດລະຫວ່າງຂະແໜງ ແລະ ສິລະປະ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈັດຂຶ້ນໄດ້ຄັດເຄືອກບັນດາຜະລິດຕະພັນດີເດັ່ນທີ່ສຸດ, ເຊີດຊູບັນດາເດັກນ້ອຍມີຄວາມເກັ່ງກ້າສາມາດ. ພາຍຫຼັງການປຸກລະດົມມາເປັນເວລາ 1 ເດືອນ, ການແຂ່ງຂັນໄດ້ຮັບ400 ຜົນງານດ້ານຈິດຕະກອນໂດຍອະຍຸຊົນ, ເຍົາວະຊົນໃນເກນອາຍຸແຕ່ 4 – 15 ປີທັງຢູ່ພາຍໃນປະເທດ ແລະ ສາກົນສົ່ງມາ. ດ້ວຍຫົວຂໍ້ “ມໍລະດົກໃນສາຍຕາຂອງນ້ອງ”, ບັນດາຜົນງານໄດ້ສະແດງໃຫ້ເຫັນການ ສັງເກດທີ່ງ່າຍດາຍ, ມີຫົວຄິດປະດິດສ້າງເຕັມໄປດ້ວຍນ້ຳໃຈຂອງຄົນລຸ້ນໜຸ່ມຕໍ່ມໍລະດົກຂອງຫວຽດນາມ. ແຕ່ລະຜົນງານແມ່ນເລືື່ອງລາວສະເພາະ, ສ່ອງແສງນ້ຳໃຈຮັກຫອມບ້ານເກີດເມືອງນອນ, ຄວາມເອກອ້າງທະນົງໃຈແຫ່ງຊາດກໍ່ຄືຄວາມເອົາໃຈໃສ່ຂອງຄົນລຸ້ນໜຸ່ມຕໍ່ການປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ ຫວຽດນາມ.




