ຄາດ​ວ່າ, ທ່ານ Donald Trump, ປະ​ທາ​ນາ​ທ​ິ​ບໍ​ດີ ອາ​ເມ​ລິ​ກາ ຈະ​ໄປ ຈີນ ໃນ​ອ​າ​ທິດນີ້ ເພື່ອ​ດຳ​ເນີນ​ກາ​ນ​ເຈ​ລະ​ຈາ​ກັບ​ທ່ານ ສິ​ຈິ້​ນ​ຜິງ, ປະ​ທານ​ປ​ະ​ເທດ ຈີນ ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ຢູ່ ຕາ​ເວັນ​ອອ​ກກາງ ສືບ​ຕໍ່​ເພີ່ມ​ຂຶ້​ນ ແລະ ລາ​ຄາ​ພະ​ລັງ​ງານ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ແຮງຍ້ອນ​ການ​ປະ​ທະ​ກັນ​ກ່ຽວ​ຂ້ອງ​ເຖິງ ອີ​ຣານ. ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ Donald Trump ຄັ້ງ​ນີ້ ຄາດ​ວ່າ​ຈ​ະ​ຈັດ​ຂຶ້​ນ​ແຕ່​ວັນ​ທີ 14 – 15 ພຶດ​ສະ​ພາ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ພົບ​ປະ​ສຳ​ຄັນ​ທີ່​ສຸດ​ລະ​ຫວ່າງ​ການ​ນຳ 2 ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ວ​ໍ​ຊິງ​ຕັນ ໃນ​ປະ​ຈຸ​ບັນ​ແມ່ນ ຊອກ​ຫາ​ການ​ໜູນ​ຊ່ວຍ​ຂອງ ປັກ​ກິງ ເພື່ອກ​ໍ່​ຄວາມ​ກົດ​ດັ່ນ​ຕໍ່ ອີ​ຣານ ເພື່ອ​ເປີດ​ຊ​່ອງ​ແຄບ​ທະ​ເລ Hormuz ຢ່າງ​ສິ້ນ​ເຊິ່ງ. ນອກ​ຈາກ​ບັນ​ຫາ​ອີ​ຣານ, ​ຄາດ​ວ່າ ​ຍັງ​ມີ​ຫຼາຍໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ຂ້ອງ​ເຖິງ​ຫົວ​ຂໍ້​ອື່ນ​ຄື: ພາ​ສີ​ອາ​ກອນ, ດິນ​​ປະ​ເສີດ, ອະ​ນາ​ຄົດ​ການ​ພົວ​ພັນ​ເສດ​ຖະ​ກິດ ອາ​ເມ​ລິ​ກາ - ຈີນ.