ວັນ​ທີ 10 ພຶດ​ສະ​ພາ, ທ່ານ Yuri Ushakov, ຜູ້​ຊ່ວຍ​ວຽກ​​ຂອງປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ​ໃຫ້​ຮູ້​ວ່າ ປ​ະ​ຈຸ​ບັນ, ສະ​ພາບ​ການ​ເຈ​ລະ​ຈາ 3 ຝ່າຍ​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ ຢູ​ແກຼນ ຍັງ​ບໍ່​ທັນ​ມີ​ບາ​ດ​ກ້າວ​ຄືບ​ໜ້າ​ໃໝ່, ໃນ​​ຂະ​ນະ​ທີ່​ຍັງ​ບໍ່​ທັນມ​ີ​​ຂໍ້​ຕົກ​ລົງ​ໃດ​ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ເນື່ອງ​ໃນ​ໂອ​ກາດ​ວັນ​ໄຊ​ຊະ​ນະ.

ຕາມ​ທ່ານນີ້​ແລ້ວ, ຜູ້​ຕາງ​ໜ້າ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ການ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ​ໃນ​ເວ​ລາ 2 ວັນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົນ​ໄກ​ຢຸດ​ຍິງ​ທີ່​ແກ່​ຍາວ​ແຕ່​ວັນ​ທີ 09 – 11 ພຶດ​ສະ​ພາ ເນື່ອງ​ໃນ​ໂອ​ກາດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ໄຊ​ຊະ​ນະ (09 ພຶດ​ສະ​ພາ). ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ຢືນ​ຢັນ​ວ່າ ​ປະ​ຈຸ​ບັນ, ການ​ເຈ​ລະ​ຈາພວມ​ຖືກ​ຂາດ​ວັກ​ຂາດ​ຕອນ, ຍັງ​ບໍ່​ທັນ​ມີ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຮອບ​ເຈ​ລະ​ຈາ​ຄັ້ງ​ຕໍ່​ໄປ ແລະ ບັນ​ດາ​ຝ່າຍ​ຕ້ອງ​ກຳ​ນົດ​ແຈ້ງ​ເປົ້າ​ໝາຍ ແລະ ບາ​ດ​ກ້າວ​ຜັນ​ຂະ​ຫຍາຍ​ລະ​ອຽດ​ໃນ​ຮອບ​ເຈ​ລະ​ຈາ​ຄັ້ງ​ຕໍ່​ໄປ, ພິ​ເສດ​ແມ່ນ​ຝ່າຍ ຢູ​ແກຼນ.

ຄຳ​ສັ່ງ​ຢຸດ​ຍິງ ລັດເຊຍ - ຢູ​ແກຼນ ແກ່​ຍາວ​ແຕ່​ວັນ​ທີ 09 – 11 ພຶດ​ສະ​ພາ ສິ້ນ​ສຸດ​ຖືກ​ຕາມກ​ຳ​ນົດ​ເວ​ລາ ​ແຕ່​ຍັງ​ບໍ່​ທັນ​ມີ​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ຕໍ່​ໄປ. ບັນ​ດາ​ຝ່າຍ​ລ້ວນ​ແຕ່​ໃຫ້​ສັນ​ຍານ​ປະ​ຫວ່າງ​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ 2 ຝ່​າຍ ແຕ່ຫຼັກ​ໝັ້ນ​ ແລະ ເງື່ອນ​ໄຂ​ຂອງ 2 ຝ່າຍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ຫຼາຍ​ພໍ​ສົມ​ຄວນ.