ຕີລາຄາກ່ຽວກັບໝາກຜົນຂອງການຢ້ຽມຢາມສີລັງກາແຕ່ວັນທີ 7 – 8 ພຶດສະພາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານ Dhananath Fernando, ຜູ້ອຳນວຍການຝ່າຍບໍລິຫານສະຖາບັນ Advocata ຂອງ ສີລັງກາ ຖືວ່າ ການຢ້ຽມຢາມບໍ່ພຽງແຕ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນສອງຝ່າຍ ເທົ່ານັ້ນ ຫາກຍັງເປີດໂອກາດເພື່ອໃຫ້ສີລັງກາ ເພີ່ມທະວີການເຊື່ອມຕໍ່ກັບ ຫວຽດນາມ ເວົ້າສະເພາະ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເວົ້າລວມອີກດ້ວຍ. ໜຶ່ງໃນບັນດາໝາກຜົນໄດ້ຮັບຄວາມມຸ່ງຫວັງທີ່ສຸດແມ່ນການຜັນຂະຫຍາຍບັນດາເສັ້ນທາງການບິນລະຫວ່າງສອງປະເທດໂດຍໄວ, ສິ່ງທີ່ນັບແຕ່ດົນນານມາແລ້ວ ປະຊາຄົມວິສາຫະກິດ ແລະ ຂະແໜງການທ່ອງທ່ຽວຂອງທັງສອງຝ່າຍພວມລໍຄອຍ. ຕາມທ່ານແລ້ວ, ການເຊື່ອມຕໍ່ທາງການບິນ ໂດຍກົງຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ການຄ້າ ແລະ ການທ່ອງທ່ຽວ. ທ່ານ Dhananath Fernando, ກໍ່ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັ້ກເຖິລະດັບຄວາມສຳຄັນຂອງການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ໃນສະພາບການ ສີສັງກາ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດຫຼາຍຝ່າຍ, ການເປີດກ້ວາງການສຳຜັດກັບຕະຫຼາດ ຫວຽດນາມ ກໍ່ຄືຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຖືວ່າແມ່ນສຳຄັນພິເສດສຳລັບປະເທດນີ້.




