VOV WorldVOV World
ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ
16/08/2019 10:22
(VOVWORLD) - ວັນທີ 16 ສິງຫາ, ທີ່ນະຄອນ ຮ່າຕີ໊ງ (ແຂວງ ຮ່າຕີ໊ງ), ຄະນະຜູ້ແທນຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະເຈລະຈາ, ແລກປ່ຽນບົດຮຽນກັບຄະນະຜູ້ແທນຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ.
ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ
  ການພົບປະເຈລະຈາ (ພາບ: baohatinh.vn )         ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ເຈິ່ນເກິ໋ມຕູ໊, ປະທານຄະນະກຳມະການກວດກາສູນກາງພັກເນັ້ນໜັກວ່າ: ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ສືບຕໍ່ປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, ຂໍ້ຕົກລົງການຮ່ວມມືລະຫວ່າງ 2 ຄະນະກຳມະການກວດກາຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.  ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ (ພາບ:  baohatinh.vn )  ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ (ພາບ:  baohatinh.vn )         ແລະກໍ່ໃນການພົບປະເຈລະຈາ, ທ່ານບຸນທອງ ຈິດມະນີ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກວດກາສູນກາງ, ຫົວໜ້າອົງການກວດກາລັດຖະບານລາວ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະມີການສົມທົບກັນ, ຮ່ວມມືກັນກໍ່ຄືແບ່ງປັນບົດຮຽນໃນທຸກດ້ານ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍລະຫວ່າງ 2 ປະເທດໃຫ້ເປັນປົກກະຕິ.  ທ່ານ ເຈິ່ນເກິ໋ມຕູ໊ (ພາບ:  baohatinh.vn )  ທ່ານບຸນທອງ ຈິດມະນີ (ພາບ:  baohatinh.vn )
TAG
VOV/VOVworld/ຄະນະກຳມະການ/ກວດກາສູນກາງ/ພັກກອມມູນິດ/ພັກປະຊາຊົນ/ປະຕິວັດລາວ

More