ກອງປະຊຸມສຳມະນາກ່ຽວກັບສົງຄາມຢູ່ຫວຽດນາມ
28/04/2016 11:27
(vovworld)- ສົງຄາມຢູ່ຫວຽດນາມສະແດງໃຫ້ເຫັນບົດຮຽນກ່ຽວກັບການປິດອະດີດຕະການເພື່ອມຸ່ງໄປເຖິງອະນາຄົດ.

ທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ພາບ:TTXVN (vovworld)- ສົງຄາມຢູ່ຫວຽດນາມສະແດງໃຫ້ເຫັນບົດຮຽນກ່ຽວກັບການປິດອະດີດຕະການເພື່ອມຸ່ງໄປເຖິງອະນາຄົດ. ນັ້ນແມ່ນຄຳປາໄສຂອງທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ທີ່ກອງປະຊຸມສຳມະນາ ກ່ຽວກັບສົງຄາມ ຫວຽດນາມ ດ້ວຍຫົວຂໍ້ວ່າ: “VietNam War Summit” ຊື່ງດຳເນີນໄປຢູ່ ລັດ Texas ສະຫະລັດ ອາເມລິກາ ໃນວັນທີ 28/4. ຕາມທ່ານ John Kerry ແລ້ວ, ອາເມລິກາ ແລະ ຫວຽດນາມ ໄດ້ຜ່ານຜ່າສິ່ງກີດຂວາງຫລາຍຢ່າງເພື່ອກ້າວໄປເຖິງການໄກ່ເກ່ຍ ແລະ ຫນຶ່ງໃນບັນດາປັດໄຈຈຳເປັນນັ້ນແມ່ນ ເຈດຕະນາດີ ແລະ ການຮ່ວມມືຢ່າງຈິງໃຈຂອງຫວຽດນາມໃນການຊອກຫາທະຫານອາເມລິກາຖືກຫາຍສາບສູນໃນສົງຄາມ.
TAG
vovworld/ສົງຄາມ
Related







