ການມອບໃບຍ້ອງຍໍແກ່ບັນດາຜູ້ໃຈບຸນໃຈກຸສົນທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (ພາບ: daidoanket.vn) |
ລາຍການດັ່ງກ່າວ ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ ສົມທົບກັບວາລະສານທາດພິດສີສົ້ມ/ດີໂອຊີນຫວຽດນາມປຸກລະດົມ ມາແຕ່ວັນທີ 1 ມັງກອນ ປີ 2020. ໄລ່ມາຮອດປັດຈຸບັນ ລາຍການດ່ັງກ່າວ ໄດ້ຈັດຕັ້ງການຢ້ຽມຢາມ, ມອບເຮືອນແຫ່ງສາຍຈິດມິດໃຈ ແລະ ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 1.200 ຄົນ ຢູ່ 22 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍຈໍານວນເງິນທັງໝົດແມ່ນ 1 ຕື້ ດົ່ງ (ປະມານ 43.000 USD). ທ່ານພັນເອກ ເຈິ່ນດິ່ງຕິກ, ບັນນາທິການໃຫຍ່ ວາລະສານທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ໃຫ້ຮູ້ວ່າ:
“ເຖິງວ່າມູນຄ່າດ້ານວັດຖຸບໍ່ຫຼາຍກໍ່ຕາມ, ແຕ່ມີຄວາມໝາຍວັດທະນະທໍາມະນຸດທີ່ສຸດ, ຊ່ວຍເຫຼືອ ແລະ ລະດົມກໍາລັງໃຈໂດຍກົງໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ຄວາມອົບອຸ່ນ ແລະ ກໍແມ່ນການກະທໍາທີ່ກໍາລັງແຜ່ຂະຫຍາຍຕໍ່ປະຊາຄົມຊາວຫວຽດນາມທີ່ຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ມີການກະທໍາຮ່ວມກັບວາລະສານທາດພິດສີສົ້ມ”.








