ຮາກຖານກັ່ນຕອງນ້ຳມັນຂອງອາຣັບບິ ຊາອຸດິ (ພາບ: AFP/TTXVN)

ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທີ່ມີບັນດາແຫຼ່ງຂ່າວໃຫ້ຮູ້ວ່າ OPEC ແລະ ບັນດາພັນທະມິດພວມຊັ່ງຊາຫຼຸດຜ່ອນປະລິມານນ້ຳມັນຕື່ມອີກ ປະມານ 500.000 ຖັງ/ວັນຍ້ອນການກະທຳຂອງ ເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ nCoV ຕໍ່ກັບຄວາມຕ້ອງການນ້ຳມັນ. ວັນທີ 3 ກຸມພາ, ສຳນັກຂ່າວສານ Reuters (ອັງກິດ) ໄດ້ຄັດສະເໜີບັນດາແຫຼ່ງຂ່າວວ່າ OPEC+ ພວມພິຈາລະນາຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີໃນວັນທີ 14 – 15 ກຸມພາຈະມາເຖິງເພື່ອປຶກສາຫາລືບັນຫານີ້.